ອີຢີບ ຢັ້ງຢືນສືບຕໍ່ສະຫນັບສະຫນູນ ປາແລສະຕີນ

(VOVWORLD) -ທ່ານ ລັດຖະມົນຕີ ຈໍແດນ ແລະ ປາແລສະຕີນ ກໍ່ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ ອີຢີບ ໃນການສະຫນັບສະຫນູນພາລະກິດເປັນທຳຂອງຊາວ ປາແລສະຕີນ.
ອີຢີບ ຢັ້ງຢືນສືບຕໍ່ສະຫນັບສະຫນູນ ປາແລສະຕີນ - ảnh 1ປະທານາທິບໍດີ ອີຢີບ Abdel-Fattah El-Sisi   ແລະ ຄູ່ຕຳແຫນ່ງ ປາແລສະຕີນ Mahmoud Abbas (ພາບ: AFP/TTXVN)

ວັນທີ 19 ທັນວາ ທ່ານ Abdel-Fattah El-Sisi ປະທານາທິບໍດີ ອີຢີບ ໄດ້ປຶກສາຫາລືກັບທ່ານ Ayman Al-Safadi  ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ຈໍແດນ ແລະ ລັດຖະມົນຕີການຕ່າງປະເທດ ປາແລສະຕີນ Riyad Al-Maliki ກ່ຽວກັບບັນດາຄວາມມານະພະຍາຍາມຟື້ນຟູວິວັດທະນາການສັນຕິພາບ ແລະ ບັນດາການເຈລະຈາກ່ຽວກັບພາລະກິດເປັນທຳຂອງຊາວ ປາແລສະຕິນ

ທີ່ການຕ້ອນຮັບ, ທ່ານ El-Sisi ຢືນຢັນ: Cairo ຈະສືບຕໍ່ບັນດາຄວາມມານະພະຍາຍາມເພື່ອພາລະກິດເປັນທຳຂອງຊາວ ປາແລສະຕີນ. ປະທານາທິບໍດີ ອີຢີບ ກໍ່ເນັ້ນຫນັກຄວາມສຳຄັນຂອງເລື່ອງເປັນເອກະພາບບັນດາຄວາມມານະພະຍາຍາມຂອງບັນດາປະເທດ ອາຣັບ ແລະ ສາກົນ ເພື່ອແນໃສ່ມຸ່ງໄປເຖິງ ເລື່ອງເລີ່ມຕົ້ນບັນດາກົນໄກກ່ຽວຂ້ອງເຖິງບັນດາການເຈລະຈາສັນຕິພາບລະຫວ່າງ ປາແລສະຕີນ ແລະ ອິດສະຣາແອນ ຄືນໃຫມ່ ແລະ ຜ່ານຜ່າບັນດາສິ່ງທ້າທາຍໃນໄລຍະຜ່ານມາ.

ສ່ວນທ່ານ ລັດຖະມົນຕີ ຈໍແດນ ແລະ ປາແລສະຕີນ ກໍ່ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ ອີຢີບ ໃນການສະຫນັບສະຫນູນພາລະກິດເປັນທຳຂອງຊາວ ປາແລສະຕີນ.

 


ຕອບກັບ

ຂ່າວ/ບົດ​ອື່ນ