ອີຢິບ ອອກຄຳສັ່ງຈັບຕົວຫົວໂປ່ຂັ້ນສູງອົງການອ້າຍນ້ອງອິດສະລາມ

ອີຢິບ ອອກຄຳສັ່ງຈັບຕົວຫົວໂປ່ຂັ້ນສູງອົງການອ້າຍນ້ອງອິດສະລາມ - ảnh 1
ຜູ້ສະໜັບສະໜູນທ່ານ Morsi
(ພາບ: dantri.com.vn)

(vovworld) - ວັນ​ທີ 10/7, ຫ້ອງການ​ໄອ​ຍາ​ການ ອີ​ຢິບ ​ໄດ້​ອອກ​ຄຳ​ສັ່ງ​ຈັບ​​ໂປ່​ຂອງ​ອົງການ​ອ້າຍ​ນ້ອງ​ອິດສະ​ລາມ Mohamed Badie ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ຄຳ​ກ່າວ​ຫາ​ປຸກລຸກການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ນອກ​ສຳນັກງານ​ກຳລັງ​ພິທັກ​ຮັກສາ ສາທາລະນະ​ລັດ​ຢູ່​ນະຄອນຫຼວງ ກາຍ​ໂຣ, ​ເຮັດ​​ໃຫ້ 55 ຄົນ​ເສຍ​ຊີວິດ​​ເມື່ອ​ວັນ​ທີ 8/7 ຜ່ານ​ມາ. ບັນດາ​ການ​ນຳຂັ້ນ​ສູງ​​ຂອງອົງການ​ອ້າຍ​ນ້ອງ​ອິດສະ​ລາມ ກໍ່​ຖືກ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ຜູ້​ຖືກ​ຈັບ​ຕົວ. ​ໃນ​ຂະນະ​ນັ້ນ, ​ໂຄສົກ​ຂອງອົງການ​ອ້າຍ​ນ້ອງ​ອິດສະ​ລາມ Gehad El – Haddad ຖື​ວ່າ: ຖະ​ແຫຼ​ງການ​ກ່ຽວ​ກັບ​ບັນດາ​ຄຳ​ກ່າວ​ໂທດ ​ທີ່​ເລັ່ງໃສ່​ຫົວ​ໂປ່ Mohamed Badie ພ້ອມ​ກັບບັນ​ດາ​ການ​ນຳ​ຂັ້ນ​ສູງ​ຂອງ​ອົງການ​ນີ້​ແມ່ນ​ກົນອຸບາຍ​ຂອງ​ອຳນາດ​ການ​ປົກຄອງ​​ເພື່ອແນ​ໃສ່​ແບ່ງ​ແຍກ​ຜູ້​ສະໜັບສະໜູນອົງການ​ອ້າຍ​ນ້ອງ​ອິດສະ​ລາມ ນັບ​ພັນໆ​ຄົນ ທີ່ຢາກ​ໃຫ້​ປະທານາທິບໍດີ​ຜູ້​ຖືກ​ປົດ​ຕຳ​ແໜ່​ງ ​Mohamed Morsi ໄດ້​ດຳລົງ​ຕຳ​ແໜ່​ງຄືນ​ໃໝ່. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, “ພັນທະ​ມິດ​ຊົນ​ຊາ​ດສະ​ໜັບສະ​ໜູນ​ລັກສະນະ​ຖືກຕ້ອງ​ຕາມ​ກົດໝາຍ” ​ໂດຍ ອົງການ​ອ້າຍ​ນ້ອງ​ອິດສະ​ລາມ ນຳ​ໜ້າ​ໄດ້​ປຸກລະດົມ​ການ​ແຫ່​ຂະ​ບວນປະ​ທ້ວງ “ລ້ານ​ຄົນ” ​ໃນ​ວັນ​ທີ 12/7 ຢູ່​ນະຄອນຫຼວງ ກາຍ​ໂຣ, ​ເພື່ອ​ແນ​ໃສ່​ຄັດ​ຄ້ານ​ລັດຖະບານ​ຊົ່ວຄາວ.

ຂ່າວ/ບົດ​ອື່ນ