ອີຢິບ ເປີດປະຕູ ດ່າຍຊາຍແດນ Rafah ເຊື່ອມຕໍ່ກັບອິດສຣາແອນ ຄືນໃໝ່

ອີຢິບ ເປີດປະຕູ ດ່າຍຊາຍແດນ Rafah ເຊື່ອມຕໍ່ກັບອິດສຣາແອນ ຄືນໃໝ່ - ảnh 1
(ພາບປະກອບ)

(vovworld) – ອຳນາດ​ການ​ປົກຄອງ​ອີ​ຢິບ ຫາ​ກໍ່​ແຈ້ງ​ຈະ​ເປີດ​ປະຕູ​ດ່ານ​ຊາຍ​ແດນ Rafah ​ເຊື່ອມ​ຕໍ່​ກັບ​ເຂດ​ກາຊາ ຂອງ​ປາ​ແລດ​ສຕິນ ຄືນ​ໃໝ່, ​ໃນ​ວັນ​ທີ 08 – 09/03. ນີ​້ແມ່ນ​ຄັ້ງ​ທີ 4 ດ່ານ​ຊາຍ​ແດນ​ດັ່ງກ່າວ​​ໄດ້​ຮັບ​ການ​ເປີດ​ປະຕູ​ຄືນ​ໃໝ່, ພາຍຫຼັງ​ຖືກ​ອັດ​ປະຕູ​ຍ້ອນ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີ​ບ​ເມື່ອ​ເດືອນ 10/2014 ຢູ່​ແຫຼມ​ Sinai ​ເຮັດ​​ໃຫ້ 30 ຄົນ​ເສຍຊີ​ວິດ.ອຳນາດ​ການ​ປົກຄອງ​ອີ​ຢິບ ຖະ​ແຫຼ​ງວ່າ ຈະ​ເປີດດ່ານ​ທັງ 2 ​ເບື້ອງເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຜູ້​ຖືກ​ຕິດ​ຂ້າງ​ຢູ່​ເຂດ​ດ່ານ​ຊາຍ​ແດນ ​ແລະ ບັນດາ​ກໍລະນີ​ມະນຸດສະທຳ.

        ຕາມ​ບົດ​ລາຍ​ງານ​ຂອງ​ຫ້ອງ​ການ​ປະສານ​ງານ​ກ່ຽວ​ກັບ​ບັນດາ​ບັນ​ຫາ​ມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ, ​ໃນ​ທ້າຍ​ເດືອນ 02 ​ແລະ ຕົ້ນ​ເດືອນ 03/2015, ຄາດ​ວ່າ​ມີ​ຊາວ​ປາ​ແລດ​ສຕິນ 30.000 ຄົນ​ພວມ​ລໍຖ້າ​ເພື່ອ​​ໄດ້​ເຂົ້າ​ເມືອງ​ອີ​ຢິບ.

ຂ່າວ/ບົດ​ອື່ນ