ອີຢິບ ເພີ່ມທະວີການ ປ້ອງກັນຄວາມສະຫງົບຕໍ່ໜ້າການແຫ່ຂະບວນປະທ້ວງ

ອີຢິບ ເພີ່ມທະວີການ ປ້ອງກັນຄວາມສະຫງົບຕໍ່ໜ້າການແຫ່ຂະບວນປະທ້ວງ - ảnh 1
ສະພາບໃຊ້ຄວາມຮຸນແຮງໃນທົ່ວປະເທດ ອີຢິບ
(ພາບ AFP/TTXVN)

(vovworld) - ອີ​ຢິບ ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ດ້ວຍເລື່ອງ​ຜັນ​ຂະຫຍາຍ​ລົດ​ຫຸ້ນ​ເກາະ ​ແລະ ພົນທະຫານ​ຢູ່​ສຳນັກງານ​ສານ​ລັດຖະທຳ​ມະນູນ​ສູງ​ສຸດ​ຢູ່​ພາກ​ໃຕ້​ນະຄອນຫຼວງ ກາຍ​ໂຣ, ຕໍ່ໜ້າ​ການ​ແຫ່​ຂະ​ບວນຂະໜາດ​ໃຫຍ່​ຕາມ​ແຜນການ​ຂອງ​ບັນດາ​ຜູ້​ສະໜັບສະໜູນ​ທ່ານ​ປະທານາທິບໍດີ​ຜູ້​ຖື​ດ​ໂຄ້ນ​ລົ້ມ Mohammed Morsi. ພາຍ​ໃຕ້​ຄັນ​ທຸງ​ຂອງ​ພັນທະ​ມິດ​ຕ້ານ​ລັດຖະປະຫານ, ອົງການ​ອ້າຍ​ນ້ອງ ອິດສະ​ລາມ (MB) ມີ​ແຜນການ​ແຫ່​ຂະ​ບວນ​ໃນ​ທົ່ວ​ປະ​ເທດ. ຕໍ່ໜ້າ​ບັນດາ​ການ​ຜັນ​ແປ​ທີ່​ເຄັ່ງ​ຕຶງ​ຢູ່ ອີ​ຢິບ, ວັນ​ທີ 18/8, ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ແລະ ທ່ານ​ປະທານ​ຄະນະ​ກຳມະການ ​ເອີ​ລົບ Jose Manuel Barroso ​ໄດ້​ກ່າວ​ເຕືອນ​ກອງທັບ ​ແລະ ລັດຖະບານ​ຊົ່ວຄາວ ອີ​ຢິບ ວ່າ: ສະຫະພາບ ​ເອີ​ລົບ (ອີ​ຢູ) ພ້ອມ​ແລ້ວ​ທີ່​ຈະພິຈາລະນາ​ຄື​ນບັນດາ​ສາຍ​ພົວພັນ​ກັບປະ​ເທດ​ນີ້ ຖ້າ​ຫາກ​ບໍ່​ຢຸດຕິ​ສະພາບ​ໃຊ້ຄວາ​ມຮຸນ​ແຮງ ​ແລະ ກັບ​ຄືນ​ສູ່​​ໂຕະ​ເຈລະຈາ. ​ໃນ​ຖະ​ແຫຼ​ງການ​ຮ່ວມ, ການ​ນຳ ອີ​ຢູ 2 ທ່ານ ຕັກ​ເຕືອນ​ວ່າ: ຖ້າ​ຫາກສະພາບ​ການ​ເຄັ່ງ​ຕຶງປິນຂັ້ນ​ໃດ​ກ່ວາ​ອີກ ອາດ​ຈະ​ພາ​ໄປ​ເຖິງ​ບັນດາ​ຜົນ​ຮ້າຍ​ທີ່ບໍ່​ສາມາດ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ຢູ່​ອີ​ຢິບ ​ແລະ ຢູ່​ພາກ​ພື້ນ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ກອງທັບ ອີ​ຢິບ ​ແລະ ລັດຖະບານ​ປະ​ເທດ​ນີ້​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບນຳ​ປະ​ເທດ​ນີ້​ກັບ​ຄືນສູ່ສະພາບສະຖຽນ​ລະ​ພາບ.

ຂ່າວ/ບົດ​ອື່ນ