ອີຢິບ ແກ່ຍາວການ ປະກາດສະພາວະ ສຸກເສີນ

ອີຢິບ ແກ່ຍາວການ ປະກາດສະພາວະ ສຸກເສີນ - ảnh 1
ກຳລັງປ້ອງກັນຄວາມສະຫງົບ ອີຢິບ ແລະ ຜູ້ແຫ່ຂະບວນປະທ້ວງສະໜັບສະໜູນ ທ່ານປະທານາທິບໍດີ ຜູ້ຖືກຄົ້ນລົ້ມ Mohamed Morsi
(ພາບ: AP)

(vovworld) - ​ໃນ​ວັນ​ທີ 12/9, ທ່ານ​ປະທານາທິບໍດີ​ຊົ່ວຄາວ ອີ​ຢິບ Adly Mansour ​ໄດ້​ແກ່ຍາວ​ການ​ປະກາດສະພາວະສຸກ​ເສີນ​ຢູ່​ປະ​ເທດ​ນີ້​ຕື່ມ​ອີກ 2 ​ເດືອນ, ທີ່​ຍັງ​ມີ​ຜົນ​ສັກສິດ​ແຕ່​ກາງ​ເດືອນ 8. ​ໂຄສົກ​ຂອງ​ປະທານາທິບໍດີ ທ່ານ Ehab Bedawy ​ໃຫ້​ຮູ້​ວ່າ: ຄຳ​ຕັດສິນ​ດັ່ງກ່າວ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ປອດ​ໄພ​ຢູ່ ອີ​ຢິບ.

    ​ໃນ​ຂະນະ​ນັ້ນ, ຕາມ​ໜັງສືພິມ​​ເອ​ເລັກ​ໂຕ​ນິກ Al Ahram ​ແລ້ວ, ລັດຖະບານ​ບໍ່​ປະກາດ​​ແຜນການ​ລົບ​ລ້າງຄຳ​ສັ່ງ ສະພາວະ​ສຸກ​ເສີນ​​ໃນ​ຍາມ​ຄຳ່​ຄືນ​ຢູ່​ນະຄອນຫຼວງ ກາຍ​ໂຣ ​ແລະ 13 ​ແຂວງ, ນະຄອນ​ອື່ນຂອງ​ປະ​ເທດ. ຄຳ​ສັ່ງ​ສະພາວະ​ສຸກ​ເສີນ​ໄດ້​ຈັດ​ວາງ​ໃນ​ວັນ​ທີ 14/8, ​ໃນ​ສະພາບທີ່​ການ​ປະ​ທະ​ກັນ​​ເກີດ​ມາ​ຈາກ​ການ​ສະຫຼາຍການ​ແຫ່​ຂະ​ບວນປະ​ທ້ວງ​ສະໜັບສະໜູນ​ປະທານາທິບໍດີ ຜູ້​ຖືກ​ຄົ້ນ​ລົ້ມ Mohamed Morsi ​ຢູ່ ກາຍ​ໂຣ ອັນ​ໄດ້​ເຮັດ​ໃຫ້​ກ່ວາ 600 ຄົນ​ເສຍ​ຊີວິດ​, ​ໃນ​ນັ້ນ​ມີນາ​ຍທະຫານກ່ວາ 40 ຄົນ.

    ປະຈຸ​ບັນ, ​ເຖິງ​ວ່າສະພາບ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່ ອີ​ຢິບ ​ໄດ້​ຫລຸດ​ລົງ ​ແຕ່​ຕໍ່​ຈາກ​ນັ້ນ​ແມ່ນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ຕ່າງໆ​ຂອງ​ທະຫານ​ກະບົດ.

ຂ່າວ/ບົດ​ອື່ນ