ອີຢີບ: ແຫ່ຂະບວນປະທ້ວງຮຽກຮ້ອງ ໃຫ້ປະທານາທິບໍດີລາອອກ ຈາກຕຳແໜ່ງ

ອີຢີບ: ແຫ່ຂະບວນປະທ້ວງຮຽກຮ້ອງ ໃຫ້ປະທານາທິບໍດີລາອອກ ຈາກຕຳແໜ່ງ - ảnh 1
ຜູ້ແຫ່​ຂະ​ບວນປະ​ທ້ວງຮຽກຮ້ອງ​ປະທານາ​ທິບໍດີລາ​ອອກ​ຈາກ​ຕຳ​ແໜ່​ງ
(ພາບ: hanoimoi.com.vn)

(vovworld) - ວັນ​ທີ 17/05, ຜູ້ແຫ່​ຂະ​ບວນປະ​ທ້ວງນັບ​ພັນ​ຄົນ ​ໄດ້​​ເຕົ້າ​ໂຮມ​ຢູ່ສະໜາມ​ຫຼວງ Tahrir ຢູ່​​ໃຈກາງ​ນະຄອນຫຼວງ ກາຍ​ໂຣ, ປະ​ເທດ​ອີ​ຢີບ ​ເພື່ອ​ຮຽກຮ້ອງ​​ໃຫ້​ ​ປະທານາທິບໍດີ Mohamed Morsi ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ. ການ​ແຫ່​ຂະ​ບວນປະ​ທ້ວງ​ນີ້ຖື​ກດຳ​ເນີນ​ໄປ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ຫຼາຍພັກ​ການ​ເມືອງ ​ແລະ ຂະ​ບວນການ​ຝ່າຍ​ຄ້ານ ​ໃນ​ນັ້ນ​ມີ​ບັນດາ​ພັກ​​ລັດຖະທຳ​ມະນູນ​ຂອງ​ທ່ານອະດີດ​ຫົວໜ້າອົງການ​ພະລັງງານ​ປະລະມານູສາກົນ (IAEA) Mohamed ElBaradei. ຜູ້ແຫ່​ຂະ​ບວນປະ​ທ້ວງນັບ 10 ຄົນກໍ່​ໄດ້​ເຕົ້າ​ໂຮມ​ຢູ່ຕໍ່ໜ້າ​ສານ​ສຸງສູດ​ອີ​ຢີບ ​ເພື່ອທວງ​ໃຫ​້ປະຕິ​ບັດ​ຄຳ​ຮຽກຮ້ອງ​ທັງໝົດຂອງ​ການ​ປະຕິວັດ. ຕາມ​ສຳນັກ​ຂ່າວສານ​ທາງ​ການ MENA ​ແລ້ວ, ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ຮັດ​ແຄບ​ຢູ່​ອ້ອມ​​ເຂດ​ທີ່​ເຄີຍ​ເກີດ​ການ​ແຫ່​ຂະ​ບວນ​ເປັນ​ປະຈຳ ​ໃນ​ນັ້ນ​ມີ​ສຳນັກງານ​ກະຊວງ​ພາຍ​ໃນ, ລັດຖະບານ, ສະພາ Shura (Shura – ສະພາ​ສູງ​ອີ​ຢີບ), ສຳນັກງານ​ປະທານາທິບໍດີ ​ແລະ ບັນດາ​ສຳນັກງານ​ອົງການ​ອ້າຍ​ນ້ອງ​ມຸດ​ສະ​ລິ​ມກຳ​ອຳນາດ.
ຂ່າວ/ບົດ​ອື່ນ