ອີຢິບ:ການແຫ່ຂະບວນປະທ້ວງຄັ້ງຕ່າງໆຂອງນັກສຶກສາສະໜັບສະໜູນທ່ານ Morsi ໄດ້ແຜ່ລາມອອກຢ່າງກ້ວາງຂວາງ

ອີຢິບ:ການແຫ່ຂະບວນປະທ້ວງຄັ້ງຕ່າງໆຂອງນັກສຶກສາສະໜັບສະໜູນທ່ານ Morsi ໄດ້ແຜ່ລາມອອກຢ່າງກ້ວາງຂວາງ - ảnh 1
ການປະທະກັນຢູ່ນອກມະຫາວິທະຍາ​ໄລ Al – Azhar
(ພາບ: AFP/TTXVN)

(vovworld) – ຕຳຫຼວດ​ອີ​ຢິບ​ໄດ້​ໃສ່​ແກັດ​ນ້ຳຕາ​ເພ່ືອ​ຍຸບ​ເລີກ​ການ​ແຫ່​ຂະ​ບວນຂອງ​ນັກ​ສຶກສາ​ຢູ່​ນະຄອນຫຼວງ ກາຍ​ໂຣ ​​ໃນ​ວັນ​ທີ 28/10, ​ໃນ​ສະພາບ​ການ​ກະ​ແສ​ຟອງ​ແຫ່​ຂະ​ບວນປະ​ທ້ວງ​ສະໜັບສະໜູນ​ທ່ານ​ປະທານາທິບໍດີ​ຜູ້​ຖືກ​ໂຄ່ນລົ້ມ Mohamed Morsi ພວມ​ນັບ​ມື້​ນັບ​​ແຜ່​ລາມ​ອອກ​ຢ່າງ​ກ້ວາງ​ຂວາງ​​ໃນ​ມະຫາວິທະຍາ​ໄລ​ແຫ່ງ​ຕ່າງໆ. ນັກ​ສຶກສາ​ຂອງ​ມະຫາວິທະຍາ​ໄລ Al – Azhar, ​ໄດ້​ຈັດ​ຕັ້ງ​ການ​ເດີ​ນຂະ​ບວນ, ປິດ​ລ້ອມ​ເສັ້ນທາງ​ຕົ້ນ​ຕໍ່​ທີ່​ເຊື່ອມ​ຕໍ່​ກັບ​ສະໜາມ​ບິນ​ສາກົນ ກາຍ​ໂຣ, ຮຽກຮ້ອງ “​ໂຄ່ນ​ລົ້ມ​ອຳນາດ​​ການ​ທະຫານ” ​ແລະ ຮຽກຮ້ອງ​ຟື້ນ​ຟູ​ຕຳ​ແໜ່​ງ​ໃຫ້​ທ່ານ Morsi. ຫົວໜ້າ​​ສຸກ​ເສີນ ອີ​ຢິບ, ທ່ານ Ahmed El – Anassary ​ໃຫ້​ຮູ້​ວ່າ: ມີ 3 ຄົນ​ຖືກ​ຮັບ​ບາ​ດ​ເຈັບ​ໃນ​ການ​ແຫ່​ຂະ​ບວນປະ​ທ້ວງ​​ເມື່ອວັນ​ທີ 28/10 ຢູ່​ມະຫາວິທະຍາ​ໄລ Al – Azhar ນະຄອນຫຼວງ ກາຍ​ໂຣ ​ແລະ ມະຫາວິທະຍາ​ໄລ Sharia ຢູ່​ທາງ​ທິດ​ເໜືອ​ຂອງ Daqahlia. ​ໃນ​ຖະ​ແຫຼ​ງການ​ໜຶ່ງ, ສະມາຄົມ​ນັກ​ສຶກສາ ມະຫາວິທະຍາ​ໄລ Al – Azhar ຢືນຢັນ​ວ່າ: ຈະ​ສືບ​ຕໍ່​ຈັດ​ຕັ້ງ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ຄັ້ງ​ຕ່າງໆ​ອີກ.

 

ຂ່າວ/ບົດ​ອື່ນ