ອີຢີບຍົກເລີກຄຳສັ່ງເກືອດຫ້າມໄປມາ ສຳລັບບັນດາເຈົ້າໜ້າທີ່ລະບອບເກົ່າ

ອີຢີບຍົກເລີກຄຳສັ່ງເກືອດຫ້າມໄປມາ ສຳລັບບັນດາເຈົ້າໜ້າທີ່ລະບອບເກົ່າ - ảnh 1
ອະດີດ​ນາຍົກລັດຖະມົນຕີ Hosni Mubarak

(ພາບ:Reuters)

(vovworld)-​ ວັນ​ທີ 28/2, ກອງ​ທຶນ​ໄອ​ຍະ​ການ​ສູງ​ສຸດ​ຂອງ​ອີ​ຢີບ ​ໄດ້​ເລີ່​ມຍົກ​ເລີກບັນດາ​ລະບຽບ​ການ​ເກືອດ​ຫ້າມ​ໄປ​ມາ​ສຳລັບ​ເຈົ້າໜ້າ​ທີ່​ຂອງ​ລະບອບ​ເກົ່າ​ຈຳ​ນວນ​ໜຶ່ງ​ ຊື່​ງຖືກ​ກ່າວ​ຜູກ​ໂທດ​ຮັບ​ຂອງຂວັນ​ຢ່າງ​ຜິດ​ກົດໝາຍ. ບັນດາ​ບຸກຄົນ​ນີ້​ຈະ​ຖືກ​ອະນຸຍາດ​ສຳ​ພັດ​ກັບ​ຊັບ​ສົມບັດ​ດ້ວຍ​ເງິນສົດ ​ແລະ ອະສັງຫາລິມະ​ຊັບ​ຂອງ​ຕົນ ພາຍ​ຫຼັງ​ໄດ້​ສົ່ງ​ຄືນ​ຈຳນວນ​ເງິນ​ທີ່​ໄດ້​ຮັບ​ຢ່າງ​ຜິດ​ກົດໝາຍ. ກ່ອນ​ໜ້ານັ້ນ, ຄື​ໃນວັນ​ທີ 29/12, ຫົວໜ້າ​ໄອ​ຍະ​ການ​ອີ​ຢີບ, ທ່ານ Talaat Ibrahim Abdullah ​ໄດ້​ອອກ​ຄຳ​ສັ່ງ​ເກືອດ​ຫ້າມ​ໄປ​ມາ​ສຳລັບ​ສະມາຊິກ 26 ຄົນ​ໃນ​ອຳນາດ​ການ​ປົກຄອງ​ຂອງ​ອະດີດ​ນາຍົກລັດຖະມົນຕີ Hosni Mubarak ຊື່​ງຖືກ​ກ່າວ​ຜູກ​ໂທດ​ໄດ້​ຮັບ​ຂອງຂວັນ​ຈາກ​ໜັງສືພິມ​ລັດ Al Ahram ​ແຕ່​ປີ 2006-2011. ​ໃນ​ຈຳນວນ​ບຸກຄົນ​​ເຫຼົ່ານັ້ນມີ​ທ່ານ Mubarak, ພັນ​ລະ​ຍາ​ຂອງ​ທ່ານ ​ແລະ ລູກ​ສາວ-​ລູກ​ໄພ້, ນອກຈາກ​ນັ້ນກໍ່ຍັງ​ມີ​ອະດີດ​ນາຍົກລັດຖະມົນຕີ Ahmed Nazif, ອະດີດ​ລັດຖະມົນຕີ​ກະຊວງ​ພາຍ​ໃນ Habib al Adly, ອະດີດ​ຫົວໜ້າ​ຫ້ອງ​ວ່າການ​ທຳ​ນຽບປະທານາທິບໍດີ Zaikariya Azmy ​ແລະ ​ເຈົ້າໜ້າ​ທີ່ອື່ນໆ​ອີກ​ຈຳນວນ​ໜື່ງ.

ຂ່າວ/ບົດ​ອື່ນ