ອີຢີບຖະແຫລງລັດຖະທຳມະນູນຊົ່ວຄາວ

ອີຢີບຖະແຫລງລັດຖະທຳມະນູນຊົ່ວຄາວ - ảnh 1
ທ່ານ Adly Mansour
ພາບ: internet



(vovworld)- ປະທານາທິບໍດີຊົ່ວຄາວຂອງອີຢີບ, ທ່ານ Adly Mansour ຫາກໍຮັບຮອງເອົາລັດຖະທຳມະນູນຊົ່ວຄາວຂອງປະເທດນີ້ ຊື່ງລວມມີ: 33 ມາດຕາ, ໃນນັ້ນວາງແຜນການໃຫ້ແກ່ໄລຍະມອບໂອນສິດອຳນາດຊື່ງແກ່ຍາວຢ່າງຫນ້ອຍສຸດ 6 ເດືອນ. ໄລຍະມອບໂອນສິດອຳນາດນີ້ຈະເລີ່ມຕົ້ນນັບແຕ່ເມື່ອຖະແຫລງລັດຖະທຳມະນູນ ​ແລະ ຈະ​ຢຸດຕິ​ພາຍຫລັງ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສຳ​ເລັດ ຊື່​ງຄາດ​ວ່າຈະ​ດຳ​ເນີນ​ໃນ​ຕົ້ນ​ປີ 2014.  ອີ​ຢີບ ຈະ​ມີ​ເວລາ 5 ​ເດືອນ​ເພື່ອ​ປັບປຸງ​ຮ່າງລັດຖະທຳ​ມະນູນ​ໂດ​ຍຝ່າຍ​ອິດສະ​ລາມ​ຮຽບຮຽງ ​ແລະ ດຳ​ເນີນ​ການ​ຮັບຮອງ​​ເອົາ​ດ້ວຍ​ຮູບ​ການ​ລົງ​ປະຊາ​ມະຕິ ​ແລະ ມີ​ເວລາ 1 ​ເດືອນ​ເພື່ອ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະພາແຫ່ງຊາດ. ສະພາ​ແຫ່ງ​ຊາດ​ໃຫມ່​ຈະ​ມີ​ເວລາ 1 ​ອາທິດ​ເພື່ອກຳນົດ​ຈຸດ​ເວລາ​ເລືອກ​ຕັ້ງ​ປະທານາທິບໍດີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂະ​ບວນການ​ລຸກ​ຮື​ຂຶ້ນ Tamarod ຊື່​ງ​ແມ່ນ​ກຳລັງຫນູນຫລັງ​​ກະ​ແສ​ຟອງ​ແຫ່​ຂະ​ບວນປະ​ທ້ວງ​​ຕ້ານ​ປະທານາທິບ​ໍດີ Mohamed Morsi ​ໄດ້​ປະຕິ​ເສດຖະ​ແຫລ​ງລັດຖະທຳ​ມະນູນສະບັບ​ໃຫມ່ ​ໂດຍ​ປະທານາທິບໍດີ​ຊົ່ວຄາວ Mansour ວາງ​ອອກ.

ຂ່າວ/ບົດ​ອື່ນ