ອີຢີບປະກາດສະພາວະສຸກເສີນ

ອີຢີບປະກາດສະພາວະສຸກເສີນ - ảnh 1

ສະພາບ​ການ​ຢູ່​ອີ​ຢີບ

(ພາບ: dantri.com.vn)

(vovworld): ວັນ​ທີ 27/1, ປະທານ​ນາ​ທິບໍດີ​ອີ​ຢີບ Mohmmed Morsi ​ໄດ້​ປະກາດ​​ສະພາວະ​ສຸກ​ເສີນ ​ແລະ ກົດ​ໄອ​ຍະ​ການ​ເສິກ​ໃນ​ຮອບ​ເວລາ 30 ວັນ​ຢູ່​ນະຄອນ Port Said, Suez ​ແລະ Ismailia  ຊື່​ງ​ແມ່ນ​ແຫ່ງ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກໜ່ວງກ່ວາ​ໝູ່​ຍ້ອນການ​ຈະລາຈົນ ​ອັນ​ໄດ້ເຮັດ​​ໃຫ້ 50 ຄົນ​ເສຍ​ຊີວິດ​ໃນ​ 3 ມື້​ຜ່ານ​ມາ. ປະທານ​ນາ​ທິບໍດີ​ອີ​ຢີບ Mohmmed Morsi ກໍ່​ຮຽກຮ້ອງ​ໃຫ້​ຝ່າຍ​ຄ້ານ​ເຂົ້າຮ່ວມ​ການ​ເຈລະຈາ ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ແກ້​ໄຂສະພາບ​ການ​ໃນ​ປະຈຸ​ບັນ ກໍ່​ຄື​ຊຸກຍູ້​ວິວັດ​ການ​ປະຊາທິປະ​ໄຕ​ຢູ່​ອີ​ຢີບ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຝ່າຍຄ້ານ​ໃຫ້​ຮູ້​ວ່າ​ຈະ​ສືບ​ຕໍ່​ຮຽກຮ້ອງ​ໃຫ້ດຳ​ເນີນການ​ແຫ່​ຂະ​ບວນປະ​​ໂດຍສັນຕິ​ ​ແລະ ນາບ​ຂູ່​ຈະ​ປະຕິ​ເສດ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ທີ່​ຈະ​ມາ​ເຖິງ ຖ້າ​ຫາກ​ວ່າ​ບັນດາ​ຄຳ​ຮຽກຮ້ອງ​ຂອງ​ເຂົາ​ເຈົ້າບໍ່​ໄດ້​ຮັບການ​ປະຕິບັດ.

ຂ່າວ/ບົດ​ອື່ນ