ອີຢີບມານະພະຍາຍາມ ແກ້ໄຂວິກິດການດ້ານ ການເມືອງ

ອີຢີບມານະພະຍາຍາມ ແກ້ໄຂວິກິດການດ້ານ ການເມືອງ - ảnh 1

(ພາບ::dantri.com.vn)

(vovworld) -  ທ່ານ​ປະທານາທິບໍດີ​ອີ​ຢີບ Mohamed Morsi ​ ພວມ​ມີ​ບັນດາ​ການ​ກະທຳ​ໄກ່ເກ່ຍປອງ​ດອງ​ໃໝ່ ສຳລັບບັນດາ​ກຳລັງ​ຝ່າຍ​ຄ້ານ​ເພື່ອ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ດ້ານ​ການ​ເມືອງ​ນັບ​ມື້​ນັບ​ຮ້າຍ​ແຮງ​ໃນ​ປະຈຸ​ບັນ​ຢູ່​ປະ​ເທດ​ນີ້. ໜັງສືພິມ​ລາຍ​ວັນ Al Ahram ສະບັບ​ອອກ​ວັນ​ທີ 10/3 ​ໄດ້​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ຈາກ​ທຳນຽບປະທານາທິບໍດີ​ອີ​ຢີບ ​ໂດຍ​ໃຫ້​ຮູ້​ວ່າ: ປະທານາທິບໍດີ​ອີ​ຢີບ Mohamed Morsi  ຈະ​ແຕ່ງຕັ້ງທີ່​ປຶກສາ​ສະໜິດສະໜົມ​ສອງ​ທ່ານ ດຳ​ເນີນ​ການ​ເຈລະຈາ​ຄັ້ງຕ່າງໆ​ກັບ​ແນວ​ໂຮມ​ກູ້​ຊາດ (NSF) ​ແລະ ບັນດາ​ຂະ​ບວນການ​ການ​ເມືອງ​ຂອງ​ຊາວ​ໜຸ່ມ. ທີ່​ປຶກສາ​ຜູ້​ທີ 1 ​ໄດ້​ຮັບ​ມອບ​ໝາຍ​ໜ້າ​ທີ່​ພົບ​ປະ​ກັບ NSF ​​ເພື່ອ​ແນ​ໃສ່​ເກ້​ຍກ່ອມ​ພັນທະ​ມິດ​ຝ່າຍ​ຄ້ານ​ນີ້ ​ເຂົ້າຮ່ວມ​ບັນດາ​ຮອບ​ເຈລະຈາ​ແຫ່ງ​ຊາດ. ທີ່​ປຶກສາ​ຜູ້​ທີ 2 ຈະ​ດຳ​ເນີນ​ການ​ເຈລະຈກັບ​ບັດ​ນາ​ຂະ​ບວນການ​ຂອງ​ຊາວ​ໜຸ່ມ ​ເພື່ອ​ຊອກ​ຫາ​ຂໍ້​ຕົກລົງ​ກ່ຽວ​ກັບ​ໄລຍະ​ເວລາ​ຈັດການ​ພົບ​ປະ​ກັບ​ປະທານາທິບໍດີ. ມາ​ຮອດ​ປະຈຸ​ບັນ, NSF ຍັງ​ປະຕິ​ເສດ​ບັນດາ​ການ​ເຈລະຈາ​ໂດຍ​ທ່ານ Mohamed Morsi  ຈັດຕັ້ງຂຶ້ນ ພ້ອມ​ທັງ​ປະກາດ​ຈະ​ເຂົ້າຮ່ວມ​ໃນ​ຂະນະ​ທີ່ທຳນຽບປະທານາທິບໍດີ​ຕອບ​ສະໜອງ​ບັນດາ​ເງື່ອ​ນໄຂ​ຕັດສິນ​ຊີ້​ຂາດ​ຄື: ການປະຕິຮູບລັດຖະບານ, ບົດ​ຕຳ​ແໜ່​ງຫົວໜ້າ​ໄອ​ຍະ​ການ ​ແລະ ສືບສວນ​ບັນດາ​ການ​ໃຊ້ຄວາມ​ຮຸນ​ແຮງ​ດ້ານ​ການ​ເມືອງ​ຫວ່າງ​ແລ້ວ​ນີ້.

ຂ່າວ/ບົດ​ອື່ນ