ອີຢິບມານະພະຍາຍາມຊອກຫາມາດຕະການໃຫ້ການເຈລະຈາສັນຕິພາບຢູ່ຕາເວັນອອກກາງ

ອີຢິບມານະພະຍາຍາມຊອກຫາມາດຕະການໃຫ້ການເຈລະຈາສັນຕິພາບຢູ່ຕາເວັນອອກກາງ - ảnh 1
ທ່ານ Sameh Shoukry  ​ແລະ ທ່ານ Benjamin Netanyahu
(ພາບ: EPA/TTXVN)

(vovworld) - ວັນ​ທີ 10/07, ລັດຖະມົນຕີ​ການ​ຕ່າງປະ​ເທດ ອີ​ຢິບ ທ່ານ Sameh Shoukry ມີ​ການ​ຢ້ຽມຢາມ​ເຖິງ ອິດສະ​ລາ​ແອນ ​ແລະ ​ໄດ້​ປຶກສາ​ຫາລື​ກັບ​ທ່ານ​ນາຍົກລັດຖະມົນ​ຕີ​ປະ​ເທດ​ເຈົ້າພາບ Benjamin Netanyahu ກ່ຽວ​ກັບ​ເລື່ອງ​ຟື້ນ​ຟູວິວັດທະນາ​ການ​ສັນຕິພາບ​ຢູ່ຕາ​ເວັນ​ອອກກາງ. ທີ່​ການ​ປຶກສາ​ຫາລື, ທ່ານ Sameh Shoukry ​ເນັ້ນ​ໜັກ​ວ່າ: ມາດ​ຕະການ 2 ລັດ​ໃຫ້ ອິດສະ​ລາ​ແອນ ​ແລະ ປາ​ແລ​ດສະຕິ​ນ ບໍ່​ແມ່ນ​ວ່າຈະ​ບໍ່​ປະຕິບັດ​ໄດ້.

        ການ​ຢ້ຽມຢາມ ອິດສະ​ລາ​ແອນ ​ຄັ້ງ​ນີ້​ຂອງ​ທ່ານ Sameh Shoukry ​ແມ່ນ​ການ​ຢ້ຽມຢາມທຳ​ອິດ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີ​ຢິບ ​ໃນ 9 ປີຜ່ານມາ. ​ໃນ​ການ​ປະຊຸມ​ຂ່າວ​ກັບ​ທ່ານນາຍົກລັດຖະມົນ​ຕີ ອິດສະ​ລາ​ແອນ ​ Benjamin Netanyahu ຢູ່ Jerusalem, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ອີ​ຢິບ Sameh Shoukry ສະ​ແດງ​ຄວາມ​ຫວັງ​ວ່າ: ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ອາດ​ຈະ​ບັນລຸ​ໄດ້​ມາດ​ຕະການ​ສັນຕິພາບລະຫວ່າງ 2 ລັດ ຕາມ​ຄວາມ​ມຸ່ງ​ມາ​ດປາ​ດ ຖະໜາຂອງ​ຊາວ ອິດສະ​ລາ​ແອນ ​ແລະ ປາ​ແລ​ດສະຕິ​ນ. ສ່ວນ​ທ່ານ​ນາຍົກ​ລັດຖະມົນຕີ ອິດສະ​ລາ​ແອນ Benjamin Netanyahu ຮຽກຮ້ອງ ປາ​ແລ​ດສະຕິ​ນ ອີກ​ຄັ້ງ​ໜຶ່ງ​ໃຫ້ ​ເຊື່ອມ​ຕໍ່​ບັນດາ​ການ​ເຈລະຈາ​ໂດຍ​ກົງກັບ ອິດສະ​ລາ​ແອນ, ພ້ອມ​ທັງ ຊົມ​​ເຊີຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ອີ​ຢິບ ​ໃນ​ເລື່ອງ​ແກ້​ໄຂ​ການ​ປະ​ທະ​ກັນ​ນີ້.

 

ຂ່າວ/ບົດ​ອື່ນ