ອິຢິບ:ອົງການບໍ່ຂຶ້ນກັບລັດຖະບານຂອງ MB ຖືກຍຸບເລີກຢ່າງເປັນທາງການ

ອິຢິບ:ອົງການບໍ່ຂຶ້ນກັບລັດຖະບານຂອງ MB ຖືກຍຸບເລີກຢ່າງເປັນທາງການ - ảnh 1
ຜູ້ສະໜັບສະໜູນທ່ານ​ປະທານາທິບໍດີ​ຜູ້​ຖືກ​ຄົ້ນລົ້​ມ Mohamed Morsi ຢູ່ກາຍໂຣ
(ພາບ: AFP-TTXVN)

(vovworld) – ​ ວັນ​ທີ 9/10, ກະຊວງ​ສາມັກຄີ​ສັງຄົມ ອີ​ຢິບ ​ໄດ້ຍຸບ​ເລີກ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ (NGO), ທີ່​ຂຶ້ນ​ກັບຂະ​ບວນການ​ອ້າຍ​ນ້ອງ​ຊາວ​ມຸດ​ສະ​ລິ​ມ (MB), ອົງການ​ກຳ​ເນີ​ດຂອງ​ທ່ານ​ປະທານາທິບໍດີ​ຜູ້​ຖືກ​ຄົ້ນລົ້​ມ Mohamed Morsi ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ​ລັດຖະມົນຕີ​ກະຊວງສາມັກຄີ​ສັງຄົມ Ahmed al – Boraie ອະທິບາຍວ່າ​ຄຳ​ຕັດສິນ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ ​ໂດຍ​ອີງ​ໃສ່​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ກ່ຽວ​ກັບ NGO. ຕາມ​ນັ້ນ​ແລ້ວ, NGO ​ແລະ MB ຈົດ​ທະບຽນທຳ​ການ​ເຄື່ອນ​ໄຫວ​ໃນ​ເດືອນ 3 ຜ່ານ​ມາ​ໄດ້​ມີ​ການ​ກະທຳ​ລະ​ເມີດຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ, ສະ​ສົມອາວຸດ​ຢູ່​ສຳ​ນັກ​ງານ​ຕົ້ນ​ຕໍ່​ທີ່​ເມືອງ Moqattam ຢູ່ ກາຍ​ໂຣ, ຍິງ​ລູກປືນ​ແທ້​ໃສ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຄັດ​ຄ້ານທ່ານ​ອະ​ດິດປະທານາທິບໍດີ Mohamed Morsi ​ທີ່​​ເຕົ້າ​ໂຮມ​ຢູ່​ພາຍ​ນອກ​ສະຖານ​ທີ່​ດັ່ງກ່າວ​ເຮັດ​​ໃຫ້ 9 ຄົນ​ເສຍ​ຊີວິດ ​ແລະ 91 ຄົນ​ຮັບ​ບາດ​ເຈັບ.

    ທ່ານ Boraie ​ຮັບ​ຮູ້ວ່າ​ຂໍ້ຕົກລົງ​ຍຸບ​​ເລີກ NGO ​ແລະ MB ​ໄດ້​ຮັບ​ການປະຕິບັດ​ຖືກ​ຕາມ “ຂັ້ນ​ຕອນ​ນິຕິ​ກຳ​ທົ່ວ​ໄປ” ​ແລະ ​ໂດຍ​ອີງ​ໃສ່​ຄຳ​ຕັດສິນ​​ເມື່ອ​ວັນ​ທີ 23/9 ຂອງ​ສານ ກາຍ​ໂຣ ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາຮີບ​ດ່ວນ. ຫຼັງ​ຈາກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ Hazem al – Beblawy ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ໜຶ່ງເພື່ອ​ປະຕິບັດ​ຄຳ​ຕັດສິນ ​ແລະ ຄຳ​ຮຽກຮ້ອງ​​ໃຫ້​ທ່ານ Boraie ຍຸບ​ເລີກ NGO ​ແລະ MB.

ຂ່າວ/ບົດ​ອື່ນ