ອີຢີບຮັບຊາວອົບພະຍົບ ແລະ ຊາວລີ້ໄພກ່ວາ 9 ລ້ານຄົນຈາກ 133 ປະເທດໃນໂລກ

(VOVWORLD) - ຕາມທ່ານ Khaled Abdel – Ghaffar, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ພົນລະເມືອງ ອີຢິບ ແລ້ວ, ອີຢິບ ໄດ້ຮັບປະກັນສະໜອງບັນດາການບໍລິການສາທາລະນະສຸກ...
ອີຢີບຮັບຊາວອົບພະຍົບ ແລະ ຊາວລີ້ໄພກ່ວາ 9 ລ້ານຄົນຈາກ 133 ປະເທດໃນໂລກ - ảnh 1ທ່ານ Mohamed Aminm, ຊາວ Syria, ດຳລົງຊີວິດຢູ່ ກາຍໂຣ
(ພາບ: AFP)

ວັນທີ 8 ມັງກອນ, ໃນບົດກ່າວຄຳເຫັນທີ່ ກາຍໂຣ, ປະເທດ ອີຢິບ, ທ່ານນາຍົກລັດຖະມົນຕີ ອີຢິບ Mostafa Madbouly ໃຫ້ຮູ້ວ່າ: ຈຳນວນຊາວອົບພະຍົບ ແລະ ຊາວລີ້ໄພພວມຢູ່ ອີຢິບ ມີຂຶ້ນເຖິງ 9 ກ່ວາລ້ານຄົນໂດຍມາຈາກ 133 ປະເທດ, ສູງກ່ວາເມື່ອທຽບໃສ່ລະດັບການຄາດຄະເນ ແມ່ນກ່ວາ 8 ລ້ານຄົນ. ທ່ານນາຍົກລັດຖະມົນຕີ Madbouly ເນັ້ນໜັກພິເສດເຖິງບັນດານະໂຍບາຍເຊິ່ງ ອີຢິບ ພວມຜັນຂະຫຍາຍເພື່ອແນໃສ່ໜູນຊ່ວຍບັນດາຊາວອົບພະຍົບ ແລະ ຊາວລີ້ໄພ.

        ຕາມທ່ານ Khaled Abdel – Ghaffar, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ພົນລະເມືອງ ອີຢິບ ແລ້ວ, ອີຢິບ ໄດ້ຮັບປະກັນສະໜອງບັນດາການບໍລິການສາທາລະນະສຸກ, ການສຶກສາໃຫ້ແກ່ພົນລະເມືອງບັນດາປະເທດທີ່ພວມດຳລົງຊີວິດຢູ່ປະເທດນີ້. 60% ຈຳນວນຊາວລີ້ໄພໄດ້ອາໄສຢູ່ປະເທດນີ້ໃນໜຶ່ງທົດສະວັດ ແລະ 6% ໄດ້ເຊື່ອມຕົວເຂົ້າກັບສັງຄົມ ອີຢິບ ໃນເວລາ 15 ປີຜ່ານມາ. 37% ຈຳນວນພົນລະເມືອງຊາບອົບພະຍົບມີວຽກເຮັດງານທຳເປັນປົກກະຕິໃນບັນດາບໍລິສັດຂອງ ອີຢິບ.

          ຕາມອົງການອົບພະຍົບສາກົນ (IOM), ຊູດັງ ແມ່ນປະເທດທີ່ມີຊາວອົບພະຍົບ ແລະ ຊາວລີ້ໄພພວມດຳລົງຊີວິດຢູ່ ອີຢິບ ຫຼາຍທີ່ສຸດ ດ້ວຍ 4 ລ້ານຄົນ, ຖັດມາແມ່ນ ຊີຣີ (1,5 ລ້ານຄົນ), ເຢແມນ (1 ລ້ານຄົນ) ແລະ ລີບີ (1 ລ້ານຄົນ).

ຕອບກັບ

ຂ່າວ/ບົດ​ອື່ນ