ອີຢິບແລະຝຣັ່ງເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ອີຢິບແລະຝຣັ່ງເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
ປະທານາທິບໍດີ ອີຢິບ ແລະ ຄູ່ຕຳແໜ່ງ ຝຣັ່ງ
(ພາບປະກອບ:  AFP)

(vovworld) – ວັນ​ທີ 8/5, ທ່ານ​ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ ອີ​ຢິບ Sameh Shoukry ມີ​ການ​ພົບ​ປະ​ຢູ່ ກາຍ​ໂຣ ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຮັບຜິດຊອບ​ການ​ພົວພັນລັດຖະສະພາ​ຂອງ ຝຣັ່ງ Jean Marie Le Guen ​ເພື່ອ​ພິຈາລະນາ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ ​ແລະ ບາງ​ບັນຫາ​ພາກ​ພື້ນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຕ້ອງ​ສືບ​ຕໍ່ໍ່ຊຸກຍູ້​ການ​ພົວພັນ 2 ຝ່າຍ​ໃນ​ທຸກໆ​ຂົງ​ເຂດ, ພິ​ເສດ​ແມ່ນ​ເສດຖະກິດ, ການ​ທະຫານ ​ແລະ ການ​ຮ່ວມ​ມື​ລັດຖະສະພາ. 2 ຝ່າຍ​ກໍ່​ສະຫງວນ​ເວລາ​ເພື່ອ​ເຕື້ອງ​ເຖິງ​ບັນດາ​ວິ​ກິດການ​ຢູ່​ເຂດ ຕາ​ເວັນ​ອອກ​ກາງ ​ແລະ ອາບຟຣີກາ ​ເໜືອ, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ບັນດາ​ການ​ຜັນ​​ແປ​ຫຼ້າ​ສຸດ​ຢູ່ ລີ​ບີ ​ແລະ ຊີຣີ. ທ່ານລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ ອີ​ຢິບ Sameh Shoukry ​ໃຫ້​ຮູ້​ວ່າ: ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວຝືກສ້ອມ​ດ້ານ​ການ​ທະຫານ​ລວມ, ​ເພື່ອ​ແນ​ໃສ່​ສົມທົບກັນ​ຢ່າງ​ມີປະສິດທິ​ຜົນ​ໃນ​ບັ້ນ​ຮົບ​ຕ້ານ​ກໍ່​ການ​ຮ້າຍ ກໍ່​ຄື​ຕ້ານ​ການ​ເຄື່ອນ​ໄຫວ​ອົບ​ພະຍົບຢ່າງຜິດ​ກົດໝາຍ. ອີ​ຢີບ ກໍ່​ຄາດ​ຄະ​ເນ​ຈະ​ເຊັນ​ສັນຍາ​ຊື້​ດາວ​ທຽມການ​ທະຫານ​ຂອງ ​ຝຣັ່ງ. ສ່ວນ​ທ່ານ ລັດຖະມົນຕີ​ວ່າການ​ ​ຮັບຜິດຊອບ​ການ​ພົວພັນລັດຖະສະພາ​ຂອງ ຝຣັ່ງ Jean Marie Le Guen ກໍ່​ປາດ​ຖະໜາ​ຢາກ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ນັກ​ຊ່ຽວຊານ​ລະຫວ່າງ​ອົງການ​ລັດຖະສະພາ 2 ປະ​ເທດ.


ຂ່າວ/ບົດ​ອື່ນ