ອີຢີບແລະອາເມລິກາປຶກສາຫາລືກ່ຽວກັບວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ

(VOVWORLD) -ວັນທີ 21 ມິຖຸນາ, ທ່ານ Jared Kushner ທີ່ປຶກສາຂັ້ນສູງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ອີຢີບ Abdel Fattah al – Sisi ໄດ້ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມເຊືື່ອມຕໍ່ການເຈລະຈາສັນຕິພາບຄືນໃຫມ່ ລະຫວ່າງ ຊາວ ອິດສະຣາແອນ ແລະ ປາແລດສະຕິນ.

ອີຢີບແລະອາເມລິກາປຶກສາຫາລືກ່ຽວກັບວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ - ảnh 1ທ່ານ Jared Kushner ແລະ ທ່ານ Abdel Fattah al-Sisi 7 ພວມປຶກສາຫາລືກ່ຽວກັບການເຈລະຈາສັນຕິພາບ

ພາບ:AFP/vietnam+

ທ່ານປະທານາທິບໍດີ ອີຢີບ Abdel Fattah al – Sisi ໄດ້ເນັ້ນຫນັກຢ່າງແຮງເຖິງການສະຫນັບສະຫນູນຂອງ ອີຢີບ ສຳລັບບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຂອງປະຊາຄົມສາກົນ ເພື່ອແນໃສ່ບັນລຸມາດຕະການຮອບດ້ານ, ສອດຄອ່ງໃຫ້ແກ່ການສ້າງຕັ້ງລັດ ປາແລດສະຕິນ ເອກະລາດ, ດ້ວຍນະຄອນຫລວງ ແມ່ນ Jerusalem ຕາເວັນອອກ. ທ່ານກໍ່ໄດ້ຕີລາຄາບັນດາຄວາມມານະພະຍາຍາມຂອງ ອີຢີບ ໃນການຊຸກຍູ້ວິວັດທະນາການສັນຕິພາບຂອງຊາວ ປາແລດສະຕິນ, ຫລຸດຜ່ອນຄວາມເຄັ່ງຕຶງຢູ່ເຂດ ກາຊາ. ສ່ວນທ່ານ Kushne ທີ່ປຶກສາຂັ້ນສູງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump  ເນັ້ນຫນັກເຖິງບັນດາຄວາມມານະພະຍາຍາມຂອງວໍຊິງຕັນ ໃນການຟື້ນຟູການເຈລະຈາສັນຕິພາບ, ປັບປຸງສະພາບການມະນຸດສະທຳຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ