ອີຢູລົງໂທດອຳນາດການປົກຄອງການທະຫານໄທ

ອີຢູລົງໂທດອຳນາດການປົກຄອງການທະຫານໄທ - ảnh 1
ແຫ່ຂະບວນປະທ້ວງຄັດຄ້ານອຳນາດການປົກຄອງການທະຫານ ຢູ່ໄທ
(ພາບ: google.com)

(vovworld) – ວັນ​ທີ 23/6, ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ໄດ້​ກ່າວ​ປະນາມ​ເລື່ອງ​ກອງ​ທັບ​ ​ໄທ ຢືດຄອງ​ອຳນາດ​ໃນ​ເດືອນ​ໜຶ່ງ​ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ລົງ​​ໂທດ​ສຳລັບ​ອຳນາດ​ການ​ປົກຄອງ​ການ​ທະຫານ​ຢູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້. ​ແຈ້ງ​ການ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ 28 ປະ​ເທດ ອີ​ຢູ ຊີ້​ແຈ້ງວ່າ: ສຳພັນ​ທະ​ມິດ​ນີ້​ຈະ​ຢຸດຕິ​ທຸກໆ​ການ​ຢ້ຽມຢາມ​ທາງ​ການ​​ເຖິງ​ ​ໄທ ​ແລະ ຢຸດຕິ​ເລື່ອງ​ເຊັນ​ຂໍ້​ຕົກລົງ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມືກັບ ບາງ​ກອກ. ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກໍ່​ສະ​​ແດງ “ຄວາມ​ວິຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ” ​ບັນດາ​ການ​ຜັນ​​ແປ​ຂອງ​ສະພາບ​ຢູ່ ​ໄທ ​ແລະ ​ເນັ້ນ​ໜັກ​ວ່າ: ວົງ​ການການ​ທະຫານ​ຕ້ອງຟື້ນ​ຟູ “ວິວັດທະນາ​ການ​ປະຊາທິປະ​ໄຕ​​ໃຫ້ຖືກຕ້ອງ​ຕາມກົ​ດໝາຍ ​ແລະ ລັດຖະທຳ​ມະນູນ​ຮັບຮອງ​ເອົາ​ບັນດາ​ການ​ເລືອກ​ຕັ້ງ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຮອບ​ດ້ານ​ໂດຍ​ໄວ”. ອີ​ຢູກໍ່​ກະຕຸກ​ຊຸກຍູ້​ອຳນາດ​ການ​ປົກຄອງ​ການ​ທະຫານ ​ໄທ ​ເຄົາລົບ​ສິດທິ​ມະນຸດ, ສິດ​ເສລີ, ພ້ອມ​ທັງ ກ່າວ​ເຕື່ອນຈະ​ພິຈາລະນາ​ທຸກໆ​ການ​ພົວພັນ​ກັບ ​ໄທ​ ຄືນ​ໃໝ່​ໃນ​ນັ້ນ​ມີ​ການ “ຄິດ​ໄລ່​ຊັ່ງຊາ​​ເລື່ອງຈັດ​ວາງ​ບັນດາ​ມາດ​ຕະການ​​ແຂງ​​ແຮງ​ກ່ວາ” ​ໂດຍ​ອີງ​ໃສ່​ການ​ຜັນ​​ແປ​ສະພາບ​ການ​ຢູ່​ປະ​ເທດ​ນີ້​ໃນ​ໄລຍະ​ຈະ​ມາ​ເຖິງ. ​ແຈ້ງ​ການ​ຢັ້ງຢືນ​ວ່າ: “ພຽງ​ແຕ່​ມີ​ວິວັດທະນາ​ການ​ກັບ​ຄືນ​ລະບອບ​ນິຕິບັນ​ຍັນ ​ແລະ ຈັດ​ຕັ້ງ​ບັນດາ​ການ​ເລືອກ​ຕັ້ງໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ, ຮອບດ້ານຢ່າງ​ຮີບ​ດ່ວນ” ຈຶ່ງ​ສາມາດ​ຫັນ​ການ​ພົວພັນ ອີ​ຢູ - ​ໄທ ​ເປັນ​ປົກກະຕິ​ໄດ້.


ຂ່າວ/ບົດ​ອື່ນ