ອີຢູ,ລັດເຊຍ ຕັດສິນໃຈຮັກສາຂໍ້ຕົກລົງອີຣານໄວ້ຢ່າງເໝືອນເດີມ

(VOVWORLD) -        ວັນທີ 08 ພຶດສະພາ, ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (EU) ກ່ຽວກັບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ Federica Mogherini ຖະແຫຼງວ່າ EU ຢືນຢັນຮັກສາຂໍ້ຕົກລົງນິວເຄຼຍອີຣານ

ອີຢູ,ລັດເຊຍ ຕັດສິນໃຈຮັກສາຂໍ້ຕົກລົງອີຣານໄວ້ຢ່າງເໝືອນເດີມ - ảnh 1 ທ່ານນາງ Federica Mogherini

(ພາບ: AFP/TTXVN)

ເຊິ່ງໄດ້ຮັບການລົງນາມລະຫວ່າງອີຣານ ແລະ 6 ປະເທດມະຫາອຳນາດລວມມີ (ອັງກິດ, ຝລັ່ງ, ອາເມລິກາ, ຈີນ, ລັດເຊຍ ແລະ ເຢຍລະມັນ) ເມື່ອປີ 2015, ຫຼືເອີ້ນວ່າແຜນການກະທຳລວມຮອບດ້ານ (JCPOA) ໄວ້ເໝືອນເດີມ, ໂດຍບໍ່ຫົວຊາຕໍ່ທ່ານປະທານາທິບໍດີອາເມລິກາ Donald Trump ທີ່ໄດ້ຖະແຫຼງວ່າ ຈະຖອນ ອາເມລິກາ ອອກຈາກຂໍ້ຕົກລົງດັ່ງກ່າວ.

      ທ່ານນາງ Federica Mogherini ເນັ້ນໜັກວ່າ, ຂໍ້ຕົກລົງເມື່ອປີ 2015 ບັນລຸໄດ້ເພື່ອຈຸດປະສົງແມ່ນຮັບປະກັນໃຫ້ ອີຣານ ບໍ່ພັດທະນາອາວຸດນິວເຄຼຍ ແລະ ຢືນຢັນວ່າ, EU ຈະມີການກະທຳເພື່ອປົກປ້ອງບັນດາຜົນປະໂຫຍດດ້ານເສດຖະກິດຂອງຕົນ.

      ວັນທີ 08 ພຶດສະພາ, ກະຊວງການຕ່າງປະເທດລັດເຊຍ ໄດ້ສະແດງຄວາມຜິດຫວັງຢ່າງເລິກເຊິ່ງຕໍ່ຂໍ້ຕົກລົງຂອງທ່ານປະທານາທິບໍດີອາເມລິກາ Donald Trump ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ. ກະຊວງການຕ່າງປະເທດລັດເຊຍ ຖະແຫຼງພວມຊັ່ງຊາຕໍ່ກໍລະນີຮ່ວມມືກັບບັນດາຝ່າຍທີ່ເຂົ້າຮ່ວມລົງນາມໃນຂໍ້ຕົກລົງນິວເຄຼຍກັບອີຣານ ກວ່າອີກ ແລະ ຈະສືບຕໍ່ພັດທະນາການພົວພັນ 2 ຝ່າຍກັບອີຣານ.

      ສ່ວນທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກໍ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການຕັດສິນໃຈຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ