ອີຢູເຊັນສັນຍາຮ່ວມສຳພັນກັບ3ປະເທດຂຶ້ນກັບອະດີດສະຫະພາບໂຊວຽດຢ່າງເປັນທາງກາ

ອີຢູເຊັນສັນຍາຮ່ວມສຳພັນກັບ3ປະເທດຂຶ້ນກັບອະດີດສະຫະພາບໂຊວຽດຢ່າງເປັນທາງກາ - ảnh 1
ປະຊາຊົນ ຢູແກຼນ ຊົມເຊີຍເລື່ອງເຊັນສັນຍາຮ່ວມສຳພັນກັບ ອີຢູ
(ພາບ: AP)

(vovworld) – ຕອບ​ບ່າຍ​ວັນ​ທີ 27/6, ຕາມ​ເວລາ ຫວຽດນາມ, ສະຫະພາບ​ເອີ​ລົບ (ອີ​ຢູ) ​ໄດ້​ເຊັນ​ສັນຍາ​ຮ່ວມ​ສຳພັນ​ມີ​ລະສະ​ນະ​ປະຫວັດສາດ​ກັບ 3 ປະ​ເທດ​ຂຶ້ນ​ກັບ​ອະດີດສະຫະພາບໂຊ​ວຽດ​ເຊິ່ງລວມມີ: ຢູແກຼນ, ຈໍເຈຍ ແລະ ມົນໂດວາ ​ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໂດຍການມີໜ້າຂອງທ່ານ​ປະທານ​າທິບໍດີ ຢູແກຼນ Petro Poroshenko, ທ່ານ​ນາຍົກລັດຖະມົນຕີ ຈໍເຈຍ Irakli Garibashvili ​ແລະ ທ່ານ​ນາຍົກລັດຖະມົນຕີ ມົນໂດວາ Iurie Leanca, ທ່ານ​ປະທານ​ສະມັດຊາຄະນະ​ກຳມະການ ​ເອີ​ລົບ Herman Van Rompuy, ຢືນຢັນ​ວ່າ: ມື້​ນີ້ ​ແມ່ນ​ວັນ​ສຳຄັນ​ສຳລັບ ​ເອີ​ລົບ. ສ່ວນ​ທ່ານ​ປະທານາທິບໍດີ​ຄົນ​ໃໝ່ ຢູແກຼນ Petro Poroshenko ​ເອີ້ນ​ວ່ານີ້​ແມ່ນ​ວັນ​ປະຫວັດສາດ​, ນຳ ຢູແກຼນ ກ້າວ​ເຂົ້າ​ສູ່​ການ​ເປີດສາກໃໝ່ ພາຍຫຼັງ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ເປັນ​ເວລາ​ຫຼາຍ​ປີ. ທ່ານ​ປະທານາທິບໍດີ ຢູແກຼນ ​ໃຫ້​ຮູ້​ວ່າ​ຈະ​​ໃຊ້​ກາລະ​ໂອກາດ​ເພື່ອ​ຫັນ​ເປັນ​ທັນ​ສະ​ໄໝ, ພ້ອມ​ທັງ​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງ​ສັນຍາ​ນີ້​ຈະ​ນຳ​ມາ​ເຊິ່ງສັນຕິພາບ ​ແລະ ຄວາມ​ສະຫງົບ​ໃນ​ພາກ​ພື້ນ.


ຂ່າວ/ບົດ​ອື່ນ