ອີຢູແລະIMFເຫັນດີເປັນເອກະສັນເຮັດວຽກຢ່າງຮີບດ່ວນໃນການເຈລະຈາໜີ້ສິນກັບເກຼັກ

ອີຢູແລະIMFເຫັນດີເປັນເອກະສັນເຮັດວຽກຢ່າງຮີບດ່ວນໃນການເຈລະຈາໜີ້ສິນກັບເກຼັກ - ảnh 1
ພາບ​ປະ​ກອບ

(vovworld) –  ​​​ທີ່​ການ​ປະ​ຊຸມ​ດຳ​ເນີນ​ໄປ​ຢູ່​ນະ​ຄອນຫຼວງ ແບກ​ແລງ (ປະ​ເທດ ເຢຍ​ລະ​ມັນ​), ການ​ນຳ ເຢຍ​ລະ​ມັນ, ຝ​ຣັ່ງ ພ້ອມ​ກັບ​ບັນ​ດາ​ເຈົ້າ​ໜີ້​ສາ​ກົນ​ຂອງ ເກຼັກ ເຫັນ​ດີ​ເປັນ​ເອ​ກະ​ສັນ​ເຮັດ​ວຽກ “ຢ່າງ​ຮີບ​ດ່ວນ​ທີ່​ສຸດ” ໃນ​ຊຸມ​ວັນ​ຈະ​ມາ​ເຖິງ​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ໃນ​ການ​ເຈ​ລະ​ຈາ​​ກ່ຽວ​ກັບໜີ້​ສິນ​ກັບ Athens ທີ່​ພວມ​​ຕົກ​ເຂົ້າ​ໃນ​ສະ​ພາບບໍ່​ມີ​ທາງ​ອອກ​, ພາຍຫຼັງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras ຕຳ​ນິ​ຕິ​ຕຽນ​ກຸ່ມ​ເຈົ້າ​ໜີ້​ສາ​ກົນ​ຍົກ​ອອກ​ ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ປະ​ຕິ​ຮູບ​ແບບ “ໄຮ້​ເຫດ​ຜົນ”, ​ອັນ​ໄດ້​ກີດ​ຂວາງ​​ການ​ເຈ​ລະ​ຈາ​ແກ້​ໄຂວິ​ກິດ​ການ​ໜີ້​ສິນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ກຸ່ມ​ນຳ​ໃຊ້​ສະ​ກຸນ​ເງິນ ເອີ​ໂຣ​ລວມ (Eurozone) ພວມ​ປະ​ສົບ​ກັບ​ໄພ​ລົ້ມ​ລະ​ລາຍນີ້. ເນື່ອງ​ໃນ​ໂອ​ກາດນີ້, ເກຼັກ ໄດ້​ສົ່ງ​ເຖິງ​ບັນ​ດາ​ເຈົ້າ​ໜີ້​ຂໍ້​ສະ​ເໜີ​ປະ​ຕິ​ຮູບ​ສັງ​ລວມ​ເພື່ອ​ແນ​ໃສ່​ນຳ Athens ຫລຸດ​ພົ້ນ​ອອກ​ຈາກວິ​ກິດ​ການ.


ຂ່າວ/ບົດ​ອື່ນ