ອີຣັກ ກ່າວຫາ IS ຂ້າສັງຫານສາມັນຊົນນັບສິນຄົນຢູ່ Mosul

ອີຣັກ ກ່າວຫາ IS ຂ້າສັງຫານສາມັນຊົນນັບສິນຄົນຢູ່ Mosul - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 26/03 ກອງທັບ ອີຣັກ ​ໄດ້​ກ່າວ​ຫາ​ພວກ​ກະບົດ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ ຂ້າ​ສັງຫານ​ສາມັນ​ຊົນ​ນັບ​ສຶບຄົນ​ຢູ່​ເຮືອນ​ຫລັງ​ໜຶ່ງ ທາງທິດຕາ​ເວັນ​ຕົກ​ນະຄອນ Mosul. ຖະ​ແຫຼ​ງການ​ຂອງ​ກອງ​ບັນຊາ​ການ​ບັນດາ​ບັ້ນ​ຮົບ​ປະສົມ​ໄດ​້ຍົກ​ອອກ​ຄຳ​ກ່າວ​ຫາ​ນີ້ ພ້ອມ​ທັງ​ປະຕິ​ເສດ​ເລື່ອງ​ເຮືອນ​ດັ່ງກ່າວ ຖືກ​ເຮືອບິນ​ຂອງ​ທະຫານ​ປະສົມ​ບຸກ​ໂຈມ​ຕີ. ຕາມ​ຖະ​ແຫຼ​ງການ​ແລ້​ວ ນັກ​ຊ່ຽວຊານ​ກຸ່ມ​ໜຶ່ງ​ຖືກ​ຈັດ​ໄປ​ຍັງ​ສະຖານ​ທີ່​ເກີດ​ເຫດ​ຢູ່​ເຮືອນ​ຖືກ​ທຳລາຍ​ທາງ​ທິດຕາ​ເວັນ​ຕົກ​ນະຄອນ Mosul ​ໄດ້​ພົບ​ເຫັນ​ບັນດາ​ຝາ​ເຮືອນ​ລ້ວນ​ແຕ່​ຖືກ IS ວາງ​ລະ​ເບີດ.

ຕອບກັບ

ຂ່າວ/ບົດ​ອື່ນ