ອີຣັກ ບໍ່ອະນຸຍາດໃຫ້ ອາເມລິກາ ຕັ້ງຖານທີ່ໝັ້ນການທະຫານໃນດິນແດນຂອງຕົນ

(VOVWORLD) - ກ່າວຄຳເຫັນສິ້ນສຸດການຢ້ຽມຢາມ ລັດເຊຍ, ທ່ານລັດຖະມົນຕີການຕ່າງປະເທດ ອີຣັກ Ibrahim Jaafari ຢັ້ງຢືນວ່າ ໃນບໍ່ວ່າກໍລະນີໃດໆ, ອີຣັກ ກໍ່ບໍ່ອະນຸຍາດໃຫ້ ອາເມລິກາ ຕັ້ງຖານທີ່ໝັ້ນການທະຫານໄລຍະຍາວໃນດິນແດນ ອີຣັກ
ອີຣັກ ບໍ່ອະນຸຍາດໃຫ້ ອາເມລິກາ ຕັ້ງຖານທີ່ໝັ້ນການທະຫານໃນດິນແດນຂອງຕົນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ Ibrahim Jaafari (ພາບ: AFP/TTXVN)

ຍ້ອນວ່າ ສິ່ງດັ່ງກ່າວລະເມີດອະທິປະໄຕ ອີຣັກ. ວັນທີ 03 ມີນາ, ຊ່ອງໂທລະພາບ Press TV ຂອງ ອີຣານ ຄັດສະເໜີຄຳເວົ້າຂອງທ່ານລັດຖະມົນຕີການຕ່າງປະເທດ Ibrahim Jaafari ຊຶ່ງໄດ້ຊີ້ແຈ້ງວ່າ ອີຣັກ ປະຕິເສດເລື່ອງອະນຸຍາດໃຫ້ ອາເມລິກາ ຕັ້ງຖານທີ່ໝັ້ນການທະຫານໃນດິນແດນຂອງ ອີຣັກ ຢ່າງເດັດຂາດ.

        ກ່ຽວກັບບັນຫາເອກະລາດ ແລະ ອະທິປະໄຕ ຊຶ່ງຖືກ ອີຣັກ ຖືເປັນສຳຄັນ ເມື່ອຮຽກຮ້ອງບັນດາກຳລັງປະກອບອາວຸດສາກົນໜູນຊ່ວຍ ແນໃສ່ຍູ້ອົງການ “ລັດອິດສະລາມ” (IS) ໃຫ້ຖອຍອອກຈາກ ອີຣັກ ແຕ່ປີ 2014.

ຕອບກັບ

ຂ່າວ/ບົດ​ອື່ນ