ອີຣັກ ສິ້ນສຸດງານບຸນ Ramadan ໃນສະພາບ ການໃຊ້ຄວາມຮຸນແຮງ

ອີຣັກ ສິ້ນສຸດງານບຸນ Ramadan ໃນສະພາບ ການໃຊ້ຄວາມຮຸນແຮງ - ảnh 1
ການ​ໃຊ້​ຄວາ​ມຮຸນ​ແຮງ​ຢູ່​ອີຣັກ ເຮັດ​ໃຫ້ຫຼາຍຄົນ​ເສຍ​ຊີວິດ ແລະ ບາດ​ເຈັບ
( ພາບຈາກອີນເຕີແນດ )


(vovworld) -     ການ​ໃຊ້​ຄວາ​ມຮຸນ​ແຮງ​ຢູ່​ອີຣັກ ​ໃນ​ມື​ສິ້ນ​ສຸດ​ງານບຸ​ນ Ramadan ​ເມື່ອ​ວັນ​ທີ 16/8, ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ຊຸດມີ 29 ຄົນ​ເສຍ​ຊີວິດ ​ແລະ ກວ່າ 100 ຄົນ​ຖືກ​ບາດ​ເຈັບ. ເຫດການ​ວາງ​ລະ​ເບີ​ດຢ່າງ​ລຽນຕິດ​ໄດ້ເກີ​ດຂຶ້ນ​ຢູ່​ຫຼາຍ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ອີຣັກ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ສະຫງົບຄວາມ​ປອດ​ໄພ​​ທີ່​ຖືກຮັດ​ແໜ້ນ​ໃນ​ງານບຸ​ນ Eid al Fitr.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນຫຼວງ ​ແບກ​ແດດ ​ໄດ້​ເກີດ​​ເຫດວາງ​ລະ​ເບີດ​ລົດ​ໂອ​ໂຕ ​ທີ່​ເລັ່ງໃສ່​ເຂດ​ຊຸມ​ຊົນ​ຂອງ​ຊາວ​ມຸດ​ສະ​ລິ​ມນິກາຍ Shiite ຢູ່ ​ຕາ​ແສງ Husseiniyah ​ເຮັດ​ໃຫ້ 16 ຄົນ​ເສຍ​ຊີວິດ ​ແລະ 32 ຄົນ​ຖືກ​ບາດ​ເຈັບ. ​ໃນ​ຂະນະ​ນັ້ນ, ນະຄອນ​ນ້ຳມັນ Kirkuk, ທີ່​ຫ່າງ​ຈາກ​ແບກ​ແດດໄປທາງ​ທິດ​ເໜືອ 250 ກມ, ​ໄດ້​ເກີດ​ເຫດວາງ​ລະ​ເບີດ​ດ້ວຍລົດ​ໂອ​ໂຕ ​ແລະ ວາງ​ລະ​ເບີ​ດສະຫຼະ​ຊີ​ບ​ເຮັດ​ໃຫ້ 8 ຄົນ​ເສຍ​ຊີວິດ, ​ສ່ວນ​ຫຼາຍ​ແມ່ນ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ 31 ຄົນ​ຖືກ​ບາດ​ເຈັບ. ທີ່​ບັນດາ​ເຂດ​ອື່ນ​ຄື​ ນະຄອນ Mosul ​ແລະ ນະຄອນ Diyala, ເມືອງເອກ Baquba, ທາງທິດ​ເໜືອ ​ແລະ ທິດ​ເວັນ​ອອກສຽງ​ເໜືອ​ຂອງອີຣັກ, ​ກໍໄດ້​ເກີດ​​ເຫດວາງ​ລະ​ເບີດ​ຢູ່ຕາມຖະໜົນ​ຫົນທາງຫຼາຍ​ຄັ້ງ. ​ໃນ​ຂະນະ​ນັ້ນ, ບັນດາ​ມື​ປືນ​ໄດ້​ບຸກ​ໂຈມ​ຕີ​ບັນດາປ້ອມ​ຕຳຫຼວດຄວາມ​ປອດ​ໄພຢູ່​ນະຄອນ Fallujah, ທາງທິດຕາ​ເວັນຕົກ​ອີຣັກ.

ຂ່າວ/ບົດ​ອື່ນ