ອີຣັກ, ອີຢິບ ແລະ ຈໍແດນ ເພີ່ມທະວີການຮ່ວມມື 3 ຝ່າຍ

(VOVWORLD) - ວັນທີ 04 ສິງຫາ, ສື່ມວນຊົນ ອີຣັກ ໄດ້ໃຫ້ຂ່າວວ່າ ບັນດາການນຳປະເທດນີ້ ໄດ້ມີການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry ແລະ ທ່ານລັດຖະມົນຕີການຕ່າງປະເທດ ຈໍແດນ Ayman Al-Safadi ພາຍຫລັງເຈົ້າໜ້າທີ່ 2 ຄົນດັ່ງກ່າວເຂົ້າຮ່ວມກອງປະຊຸມ 3 ຝ່າຍກັບຄູ່ຕຳແໜ່ງປະເທດເຈົ້າພາບ Mohamed Ali El-Hakim ຢູ່ Baghdad.

        ທີ່ການຕ້ອນຮັບລັດຖະມົນຕີການຕ່າງປະເທດ ອີຢິບ ແລະ ຈໍແດນ ຢູ່ທຳນຽບປະທານາທິບໍດີ. ທ່ານປະທານາທິບໍດີ ອີຣັກ Barham Salih ໄດ້ແລກປ່ຽນກັບລັດຖະມົນຕີການຕ່າງປະເທດບັນດາປະເທດດັ່ງກ່າວ ກ່ຽວກັບບັນດາມາດຕະການ ແນໃສ່ເພີ່ມທະວີການພົວພັນລະຫວ່າງບັນດາປະເທດ ອາຣັບ ແລະ ບັນດາຄວາມມານະພະຍາຍາມແນໃສ່ບັນລຸໄດ້ບັນດາມາດຕະການແກ້ໄຂທາງດ້ານການເມືອງໃຫ້ແກ່ບັນດາວິກິດການໃນພາກພື້ນ. ການນຳ ອີຣັກ ແລະ ເຈົ້າໜ້າທີ່ການຕ່າງປະເທດຂອງ 2 ປະເທດກໍ່ໄດ້ປຶກສາຫາລືກ່ຽວກັບການໜູນຊ່ວຍ ອີຣັກ ໃນກິດຈະການກໍ່ສ້າງຟື້ນຟູບັນດາເຂດທີ່ໄດ້ຮັບການປົດປ່ອຍຈາກການຢຶດຄອງຂອງບັນດາມືປືນຂຶ້ນກັບອົງການລັດອິດສະລາມ (IS).

ຕອບກັບ

ຂ່າວ/ບົດ​ອື່ນ