ອີຣັກປົດປ່ອຍ 4 ບ້ານທາງພາກໃຕ້ນະຄອນ Mosul ຈາກກຳມື IS

ອີຣັກປົດປ່ອຍ 4 ບ້ານທາງພາກໃຕ້ນະຄອນ Mosul ຈາກກຳມື IS - ảnh 1
ອີຣັກປົດປ່ອຍ 4 ບ້ານທາງພາກໃຕ້ນະຄອນ Mosul ຈາກກຳມື IS
(ພາບ: AFP/TTXVN)


(vovworld) - ແຫຼ່ງ​ຂ່າວ​ທະ​ຫານ​ຈາກ​ອີ​ຣັກ ໃຫ້​ຮູ້​ວ່າ, ​ວັນ​ທີ 13/08, ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ປະ​ເທດນີ້ໄດ້​ເປີດບັ້ນ​ບຸກ​ໂຈມ​ຕີແນ​ໃສ່​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ແລະ ຢຶດ​ຄອງ​ຄືນ 4 ບ້ານ​ຢູ່​ທາງ​ພາກ​ໃຕ້ ເຊິ່ງ​ແມ່ນ​​ເຮືອນ​ຮັງ​ຂອງ IS ຢູ່​ນະ​ຄອນ Mosul, ເມືອງ​ເອກ Nineveh, ຂຶ້ນ​ກັບ​ທາງ​ພາກ​ເໜືອ​ອີ​ຣັກ. ຕາມ​ຜູ້​ບັນ​ຊາ​ກາ​ນບັ້ນ​ຮົບ​ປົດ​ປ່ອຍ Nineveh, ພົນ​ຈັດ​ຕະ​ວາ Najim al Jubouri ແລ້ວ, ໂດຍ​ໄດ້​ຮັບ​ການໜູນ​ຊ່ວຍ​ຈາກ​ບັນ​ດາ​ເຮືອ​ບິ​ນ​ສຸ​ຮົບ​ຂອງກຳ​ລັງ​ທະ​ຫານ​ປະ​ສົມໂດຍ​ອາ​ເມ​ລິ​ກາ ນຳ​ໜ້າ, ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົ​ບ​ໄດ້​ເລີ່ມ​ບຸກ​ໂຈມ​ຕີແນ​ໃສ່​ບັນ​ດາ​ສະ​ຖານ​ທີ່​ຂອງ IS ຢູ່​ບັນ​ດາ​ບ້ານ​ຕັ້ງ​ກະ​ແຈກ​ກະ​ຈາຍ​ຢູ່​ຝັ່ງ​ຕາ​ເວັນ​ຕົກ ແມ່ນ​້ຳ Tigris, ໃກ້​ກັບ​ເທດ​ສະ​ບານ Qayyara ຖືກ IS ຄວບ​ຄຸມ. ພາຍ​ຫຼັງ​ການ​ປະ​ທະ​ກັນ​​​ຢ່າງ​ຮຸນ​ແຮງເປັນ​ເວ​ລາ​ຫຼາ​ຍ​ຊົ່ວ​ໂມງ, ບັນ​ດາ​ພົນ​ທະ​ຫານ​ຍາດ​ໄດ້​ສິດ​ຄວບ​ຄຸ້ມ 4 ບ້ານ, ພ້ອມ​ທັງດ​ັບ​ສູນ​ພວກ​ກະ​ບົດ 57 ຄົນ, ໃນ​ນັ້ນ​ມີ 7 ຄົນ​ວາງ​ສະ​ເບີດ​ສະ​ຫຼະ​ຊ​ີບ. ບາດ​ກ້າວ​ທີ່​ບັນ​ລຸ​ໄດ້​ໃນ​ສະ​ພາບ​ທີ່​ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ອີ​ຣັກ ພວມ​ກະ​ກຽມ​ໃຫ້​ບັ້ນ​ຮົບ​​ໂຈມຕີ​ໃຫ້​ IS ​ຖອນອອກ​ຈາກ​ເທດ​ສະ​ບານ Qayyara ເພື່ອ​ແນ​ໃສ່​ປົດ​ປ່ອຍ​ເຂດ​ທີ່​ເປັນ​ເຮືອນ​ຮັງສຸດ​ທ້າຍ​ຂອງ​ອົງ​ການນີ້​ຢູ່ Mosul, ຫ່າງ​ຈາກ​ນະ​ຄອນ​ຫຼວງ ແບກ​ແດດ ໄປ​ທາງ​ທິດ​ເໜືອ 400 ກ.ມ.

ຂ່າວ/ບົດ​ອື່ນ