(vovworld) – ວັນທີ 31/8, ຊ່ອງໂທລະພາບ Press TV ໄດ້ຄັດສະເໜີຄຳເວົ້າຂອງຜູ້ບັນຊາການຖານທີ່ໝັ້ນປ້ອງກັນອາກາດ Khatam Al – Anbiya ຂອງ ອີຣານ, ທ່ານ ພົນຈັດຕະວາ Farzad Esmaili ໂດຍໃຫ້ຮູ້ວ່າ: ການຊ້ອມຮົບຂອງປະເທດນີ້ມີຊື່ລັບວ່າ “ບັນດາຜູ້ປົກປັກຮັກສາເຂດນານຟ້າ Velayat 5” ເຊິ່ງຖືກຈັດຕັ້ງຂຶ້ນໃນທ້າຍເດືອນ 9 ຈະມີຂອບຂະໜາດໃຫຍ່ກ່ວາການຊ້ອມຮົບຄັ້ງກ່ອນທ່ີຖືກຈັດຂຶ້ນຢູ່ພາກຕາເວັນອອກ ອີຣານ ໃນປີກ່າຍ. ຕາມທ່ານ Esmaili ແລ້ວ, ມີ ຣາດາ ໄລຍະໄກ ແລະ ລະບົບປ້ອງກັນຫຼາຍປະເພດຈະຖືກນຳມາໃຊ້ທົດລອງໃນການຊ້ອມຮົບໃກ້ໆນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ໃຫ້ຮູ້ລະອຽດສະຖານທີ່ ແລະ ຂອບເຂດການຊ້ອມຮົບ. ກ່ອນໜ້ານັ້ນ, ການຊ້ອມຮົບ “ບັນດາຜູ້ປົກປັກຮັກສາເຂດນານຟ້າ Velayat 4” ໂດຍກອງທັບ ອີຣານ ແລະ ກຳລັງພິທັດຮັກສາປະຕິວັດ ອິດສະລາມ ສົມທົບກັນດຳເນີນໃນເດືອນ 11/2012. ຕາມ Press TV ແລ້ວ, ການຊ້ອມຮົບນີ້ຖືກດຳເນີນໃນເນື້ອທີ່ດິນ 950.000 ຕາລາງແມັດ ຢູ່ຫຼາຍແຂວງຂຶ້ນກັບພາກຕາເວັນອອກ ອີຣານ.