ອີຣານ ກະຕຸກຊຸກຍູ້ ເອີລົບ ສະກັດກັ້ນບັນດາມາດຕະການລົງໂທດຂອງ ອາເມລິກາ

(VOVWORLD) - ວິທີໜຶ່ງດຽວເພື່ອສະກັດກັ້ນໄພຂໍ້ຕົກລົງນິວເຄຼຍ ປະຫວັດສາດລະຫວ່າງປະເທດນີ້ ແລະ ບັນດາປະເທດມະຫາອຳນາດໃນໂລກຖືກຍົກເລີກ ນັ້ນແມ່ນ ເອີລົບ ສະກັດກັ້ນ ອາເມລິກາ ຈັດວາງບັນດາມາດຕະການລົງໂທດຄືນໃໝ່ເພື່ອແນໃສ່ ເຕເຮຣານ ຄືນໃໝ່.
ອີຣານ ກະຕຸກຊຸກຍູ້ ເອີລົບ ສະກັດກັ້ນບັນດາມາດຕະການລົງໂທດຂອງ ອາເມລິກາ - ảnh 1 ທ່ານລັດຖະມົນຕີ ອີຣານ Javad Zarif  

ວັນທີ 30 ກັນຍາ, ທ່ານລັດຖະມົນຕີ ອີຣານ Javad Zarif ໄດ້ຖະແຫຼງວ່າ: ວິທີໜຶ່ງດຽວເພື່ອສະກັດກັ້ນໄພຂໍ້ຕົກລົງນິວເຄຼຍ ປະຫວັດສາດລະຫວ່າງປະເທດນີ້ ແລະ ບັນດາປະເທດມະຫາອຳນາດໃນໂລກຖືກຍົກເລີກ ນັ້ນແມ່ນ ເອີລົບ ສະກັດກັ້ນ ອາເມລິກາ ຈັດວາງບັນດາມາດຕະການລົງໂທດຄືນໃໝ່ເພື່ອແນໃສ່ ເຕເຮຣານ ຄືນໃໝ່. ຕອບສຳພາດຕໍ່ໜັງສືພິມ Guardian ຂອງ ອັງກິດ, ທ່ານ ລັດຖະມົນຕີການຕ່າງປະເທດ ອີຣານ Zarif ໄດ້ກ່າວເຕືອນ ອີຣານ ຈະສືບຕໍ່ພັດທະນາເຕັກໂນໂລຢີ ນິວເຄຼຍ, ເຖິງວ່າ ບໍ່ແມ່ນເພື່ອຈຸດປະສົງການທະຫານ, ຖ້າວ່າ ເອີລົບ ແລະ ອາເມລິກາ ຈັດວາງບັນດາຄຳສັ່ງລົງໂທດຕໍ່ປະເທດ ອິດສະລາມນີ້ຄືນໃໝ່. ຄຳປາໄສຂອງການນຳກະຊວງການຕ່າງປະເທດ ອີຣານ ໄດ້ຍົກອອກມາໃນຈຸດເວລາ ທີ່ ອາເມລິກາ ນາບຂູ່ຍົກເລິກ ຂໍ້ຕົກລົງນິວເຄຼຍ ປະຫວັດສາດຢ່າງລຽນຕິດ, ເຊິ່ງໄດ້ຮັບການຮູ້ຈັກເຖິງແມ່ນ ແຜນການກະທຳຮອບດ້ານລວມ (JCPOA) ເຊິ່ງ ເຕເຮຣານ ລົງນາມກັບກຸ່ມ P5+1 (ເຊິ່ງລວມມີ: ອາເມລິກາ, ລັດເຊຍ, ຝຣັ່ງ, ຈີນ ພ້ອມກັບ ອາເມລິກາ) ກ່ອນນີ້ກ່ວາ 5 ປີ. ຕາມຂໍ້ຕົກລົງ, ທີ່ມີຜົນສັກສິດຢ່າງເປັນທາງການໃນເດືອນ 1 ປີ 2016, ອີຣານ ເຄົາລົບຄຳໝັ້ນສັນຍາຈຳກັດໂຄງການນິວເຄຼຍຂອງຕົນເພື່ອແລກເອົາເລື່ອງຍົກເລີກບັນດາຄຳສັ່ງລົງໂທດສາກົນຕ້ານຄືນ ເຕເຮຣານ ທີ່ໄດ້ຈັດວາງເມື່ອປີ 2005.

ຕອບກັບ

ຂ່າວ/ບົດ​ອື່ນ