ອີຣານ ກ່າວຫາເມລິກາ ແລະ ຝ່າຍຕາເວັນຕົກ ບໍ່ມີສັດຈະໃນບັນຫາ ນິວເຄຼຍຂອງອີຣານ

ອີຣານ ກ່າວຫາເມລິກາ ແລະ ຝ່າຍຕາເວັນຕົກ ບໍ່ມີສັດຈະໃນບັນຫາ ນິວເຄຼຍຂອງອີຣານ - ảnh 1

ພາລະ​ກອນ​ຢູ່​ໂຮງງານ​ນິວ​ເຄຼຍຂອງ​ອີຣານ

(ພາບ: vietbao.vn)

(vovworld)- ວັນ​ທີ 3/6, ສັງຄະ​ນາຍົກຂອງ​ອີຣານ, ທ່ານ Ali Khamenei ​ໄດ້​ອອກສຽງ​ກ່າວ​ຜູກ​ໂທດ​ອາ​ເມ​ລິ​ກາ ​ແລະ ພັນທະ​ມິດ ທີ່​​ເວົ້າບໍ່​ຈິງກ່ຽວ​ກັບ “​ໄພ​ນາບ​ຂູ່​ດ້ານ​ນິວ​ເຄຼຍຂອງ​ອີຣານ“ ​ເພື່ອ​ແນ​ໃສ່​ປົກ​ປິດ​ບັນດາ​ບັນຫາ​ຂອງ​ປະ​ເທດ​ເຫຼົ່າ​ນີ້​. ​ໂທລະພາບ​ແຫ່ງ​ລັດ​ອີຣານ ​ໄດ້​ອອກ​ອາກາດ​ບົດ​ກ່າວ​ປາ​ໄສ​ຂອງສັງຄະ​ນາຍົກ Ali Khamenei ​ໃນ​ໂອກາດ​ລະນຶກ 23 ປີ​​ແຫ່ງວັນ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ຜູ້​ສ້າງຕັ້ງປະ​ເທດ​ສາທາລະນະ​ລັດ​ອິດ​ຊະລາ​ມອີຣານ, ທ່ານ​ສັງຄະ​ນາຍົກ Ruhollah Khomeini, ຊື່​ງ​ໃນ​ນັ້ນ​ທ່ານ Ali Khamenei ​ຊີ້​ແຈ້ງວ່າ: “ພວກ​ເຂົາ​ເຈົ້າຫຼວກລວງ ​ເມື່ອ​ນຳ​ໃຊ້​ຄຳ​ວ່າ​ອາວຸດ​ນິວ​ເຄຼຍ ​ເພື່ອ​​ແກ່​ດຶງ​ບັນດາ​ຄຳ​ເຫັນ ​ແລະ ຫາງ​ສຽງ​ລວມອອກ​ຈາກ​ບັນດາ​ບັນຫາ​ຂອງ​ປະ​ເທດ​ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ“. ຕາມ​ທ່ານ Ali Khamenei ​ແລ້ວ, ບັນດາ​ຄຳ​ກ່າວ​ຫາ​ທີ່​ຖື​ວ່າ ອີຣານ ພວມ​ຊອກ​ຫາ​ວິທີ​ພັດທະນາ​ລະ​ເບີດ​ນິວ​ເຄຼຍ ​​ແມ່ນ​ບໍ່​ມີ​ມູນ​ຄວາມ​ຈິງ. ​ແລະ ກໍ​ໃນ​ບົດ​ກ່າວ​ປາ​ໄສ​ນີ້, ສັງຄະ​ນາຍົກ Ali Khamenei ​ໄດ້​ກ່າວ​ເຕືອນ​ວ່າ​: ບໍ່​ວ່າການ​ບຸກ​ໂຈມ​ຕີໃດໆ​ຂອງ​ອິດສະຣານ​ແອນ ​ແນ່​ໃສ​ອີຣານ ກໍ​ຈະ​ຖືກ​ໂຕ້​ຕອບ ພ້ອມ​ທັງ​ຢືນຢັນ​ວ່າ: ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ບໍ່​ສາມາດ​ກະທົບ​ເຖິງ​ປະ​ເທດ​ນີ້​ໄດ້ ​ຫາກຍັງ​ເພີ່ມ​ທະວີ​ຄວາມ​ຄຽດ​ແຄ້ນ​ຂອງ​ຊາວ​ອີຣານ ທີ່​ມີຕໍ່​ຝ່າຍ​ຕາ​ເວັນ​ຕົກ.

 

ຂ່າວ/ບົດ​ອື່ນ