ອີຣານ ກ່າວເຕືອນຈະຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ຖ້າຫາກວ່າອາເມລິກາ ຈັດວາງຄຳສັ່ງລົງໂທດຄືນໃໝ່

(VOVWORLD) - ວັນທີ 7 ເມສາ, ທ່ານປະທານກຳມາທິການຄວາມໝັ້ນຄົງແຫ່ງຊາດ ແລະ ນະໂຍບາຍການຕ່າງປະເທດຂອງສະພາແຫ່ງຊາດ ອີຣານ Alaeddin Boroujerdi ຖະແຫຼງວ່າ, 

ແນ່ນອນວ່າ  ອີຣານ ຈະຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍປີ 2015 (ທີ່ຍັງເອີ້ນວ່າ ແມ່ນແຜນການກະທຳຮອບດ້ານຮ່ວມ - JCPOA) ຖ້າຫາກວ່າ ອາເມລິດາ ຈັດວາງຄຳສັ່ງລົງໂທດຄືນໃໝ່ທີ່ແນໃສ່ ອີຣານ. ທ່ານ Alaeddin Boroujerdi ຖືວ່າ: ຈຸດປະສົງຂອງ JCPOA ແມ່ນຍົກເລີກບັນດາຄຳສັ່ງລົງໂທດທີ່ແນໃສ່ ອີຣານ. ຖ້າຫາກວ່າ ອາເມລິກາ ຈັດວາງບັນດາຄຳສັ່ງລົງໂທດຄືນໃໝ່ ອີຣານ ຈະຖອນອອກຈາກ JCPOA.

        ການພົວພັນລະຫວ່າງ ອາເມລິກາ ແລະ ອີຣານ ໄດ້ເຄັ່ງຕຶງ ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຂຶ້ນກຳອຳນາດ ແລະ ຖະແຫຼງວ່າ ຄັດຄ້ານຂໍ້ຕົກລົງນິວເຄຼຍ ເຊິ່ງ ອີຣານ ໄດ້ລົງນາມກັບກຸ່ມ P5+1 (ລວມມີ: ອັງກິດ, ຝະຣັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ເມື່ອເດືອນ ກໍລະກົດ 2015, ພາຍໃຕ້ອຳນາດການປົກຄອງຂອງປະທານາທິບໍດີ Barack Obama. ຕາມຂໍ້ຕົກລົງນີ້ແລ້ວ, ອີຣານ ຈຳກັດບັນດາການເຄື່ອນໄຫວເສີມທາດຢູລານຽນ ເພື່ອແລກເອົາເລື່ອງຍົກເລີກບັນດາຄຳສັ່ງລົງໂທດຈາກສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ