ອີ​ຣານ ຈັດ​ກອງ​ປະ​ຊຸມ​ສາ​ກົນ ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ເຂດ ກາ​ຢາ

(VOVWORLD) - ເຂົ້າຮ່ວມກອງປະຊຸມ ມີເຈົ້າໜ້າທີ່, ນັກການເມືອງ, ນັກສາສະໜາ, ນັກຂ່າວ ແລະ ນັກຮຽນຮູ້ຈາກກ່ວາ 50 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. 
ອີ​ຣານ ຈັດ​ກອງ​ປະ​ຊຸມ​ສາ​ກົນ ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ເຂດ ກາ​ຢາ - ảnh 1ພາບປະກອບ: TTXVN

ວັນທີ 23 ທັນວາ, ກະຊວງການຕ່າງປະເທດ ອີຣານ ປະກາດວ່າ ປະເທດນີ້ ໄດ້ຈັດກອງປະຊຸມສາກົນ ຢູ່ນະຄອນຫຼວງ ເຕເຮຣານ, ເພື່ອຮຽກຮ້ອງຍົກເລີກຄຳສັ່ງປິ້ມລ້ອມຢູ່ເຂດ ກາຢາ ແລະ ຮັບປະກັນສະໜອງການໜູນຊ່ວຍມະນຸດສະທຳ ໃຫ້ແກ່ເຂດຜືນແຜ່ນດິນ ແຄມທະເລ ທີ່ພວມຖືກປິດລ້ອມ ຂອງ ປາແລັດສະຕິນ. ທີ່ກອງປະຊຸມ, ບັນດາຜູ້ແທນ ໄດ້ປຶກສາຫາລືບັນດາບັນຫາຮີບດ່ວນ ທີ່ກ່ຽວຂ້ອງເຖິງສະພາບການຢູ່ເຂດ ກາຢາ ແລະ ພິຈາລະນາ ບັນດາມາດຕະການສະກັດກັ້ນການປະທະກັນໃນວົງກ້ວາງ.

ເຫດການນີ້ ແມ່ນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມທາງການທູດ ຂອງ ອີຣານ ເພື່ອແນໃສ່ໜູນຊ່ວຍ ຊາວ ປາແລັດສະຕິນ. ເຂົ້າຮ່ວມກອງປະຊຸມ ມີເຈົ້າໜ້າທີ່, ນັກການເມືອງ, ນັກສາສະໜາ, ນັກຂ່າວ ແລະ ນັກຮຽນຮູ້ຈາກກ່ວາ 50 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ກອງປະຊຸມໄດ້ຈັດຂຶ້ນໃນສະພາບການວິກິດການດ້ານມະນຸດສະທຳຢູ່ເຂດ ກາຢາ ນັບມື້ນັບຊົ່ວຮ້າຍລົງ. ຕາມການຄາດຄະເນຂອງ ສປຊ, ມີຊາວປາແລັດສະຕິນ ປະມານ 1,9 ລ້ານຄົນຢູ່ເຂດ ກາຢາ ໃນຈຳນວນ 2,4 ລ້ານຄົນຕ້ອງອົບພະຍົບລີ້ໄພອອກຈາກເຂດປະທະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ