ອີ​ຣານ ຈັດ​ບັນ​ດາກ​ານ​ເຈ​ລະ​ຈາ​ສັນ​ຕິ​ພາບ ລະ​ຫວ່າງ ອາກ​ເມ​ເນຍ ແລະ ອາ​ເຊັກ​ໄບ​ຊານ

(VOVWORLD) - ວັນທີ 23 ຕຸລາ, ຢູ່ ເຕເຮຣານ, ປະເທດອີຣານ ໄດ້ເປັນເຈົ້າພາບຈັດການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ ສອງປະເທດ ອາກເມເນຍ ແລະ ອາເຊັກໄບຊານ
ອີ​ຣານ ຈັດ​ບັນ​ດາກ​ານ​ເຈ​ລະ​ຈາ​ສັນ​ຕິ​ພາບ ລະ​ຫວ່າງ ອາກ​ເມ​ເນຍ ແລະ ອາ​ເຊັກ​ໄບ​ຊານ - ảnh 1ທ່ານປະທານາທິບໍດີ ອີຣານ Ebrahim Raisi ພົບປະກັບທ່ານ ລັດຖະມົນຕີການຕ່າງປະເທດ ອາກເມເນຍ Ararat Mirzoyan (ພາບ: AFP)

ນີ້ແມ່ນການພົບປະຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດສອງປະເທດ ພາຍຫຼັງກຳລັງຂອງ ອາເຊັກໄບຊານ ຍາດໄດ້ສິດຄວບຄຸມເຂດແຍກຕົວ Nagorno-Karabakh ເມື່ອເດືອນກັນຍາຜ່ານມາ.

ການເຈລະຈາຍັງມີການເຂົ້າຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ລັດຖະມົນຕີການຕ່າງປະເທດ ຕວັກກີ. ໃນຖະແຫຼງການຮ່ວມສະບັບສຸດທ້າຍ, ບັນດາຝ່າຍທີ່ເຂົ້າຮ່ວມການເຈລະຈາໄດ້ຢ້ຳຄືນ “ຄວາມສຳຄັນໃນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບອະທິປະໄຕ, ເອກະລາດດ້ານການເມືອງ, ຜືນແຜ່ນດິນອັນຄົບຖ້ວນ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ”. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ເປີດເຜີຍວ່າ ການເຈລະຈາຄັ້ງຈະມາເຖິງ ຈະໄດ້ຂຶ້ນແຜນຈັດຢູ່ ຕວັກກີ ໃນໄລຍະ 6 ເດືອນຕົ້ນປີ 2024 ເພື່ອແນໃສ່ຊອກຫາສັນຕິພາບຢູ່ເຂດ Kavkaz.

ຕອບກັບ

ຂ່າວ/ບົດ​ອື່ນ