ອີຣານ ຍົກອອກເງື່ອນໄຂເຈລະຈາກ່ຽວກັບໂຄງການລູກສອນໄຟ

(VOVWORLD) - ວັນທີ 03 ມີນາ, ເຈົ້າໜ້າທີ່ຂັ້ນສູງຂອງ ອີຣານ ໃຫ້ຮູ້ວ່າ: ອີຣານ ຈະບໍ່ເຈລະຈາກ່ຽວກັບໂຄງການລູກສອນໄຟນຳວິຖີ ຈົນຮອດເວລາໃດທີ່ ອາເມລິກາ ແລະ ບັນດາປະເທດຝ່າຍຕາເວັນຕົກ, ລົບລ້າງບັນດາອາວຸດນິວເຄຼຍຂອງເຂົາເຈົ້າເອງ.
ອີຣານ ຍົກອອກເງື່ອນໄຂເຈລະຈາກ່ຽວກັບໂຄງການລູກສອນໄຟ - ảnh 1ພົນວາທີ Masoud Jazayeri  (ພາບ:Press TV/ TTXVN)

ໂຄສົກບັນດາກຳລັງປະກອບອາວຸດ ອີຣານ ພົນວາທີ Masoud Jazayeri ຊີ້ແຈ້ງວ່າ ເງື່ອນໄຂເຈລະຈາກ່ຽວກັບໂຄງການລູກສອນໄຟຂອງ ອີຣານ ນັ້ນແມ່ນ: ອາເມລິກາ ແລະ ບັນດາປະເທດ ເອີຣົບ ຕ້ອງລົບລ້າງອາວຸດນິວເຄຼຍ ແລະ ລູກສອນໄຟໄລຍະໄກທຸກປະເພດ.

        ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ນາບຂູ່ຈະຍົກເລີກຂໍ້ຕົກລົງນິວເຄຼຍເປັນຫລາຍຄັ້ງ ຫຼື ເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ຊຶ່ງ ອີຣານ ແລະ ກຸ່ມ P5+1 (ລວມມີ ອັງກິດ, ຝະຣັ່ງ, ລັດເຊຍ, ອາເມລິກາ, ຈີນ ແລະ ເຢຍລະມັນ) ລົງນາມແຕ່ປີ 2015.

 

ຕອບກັບ

ຂ່າວ/ບົດ​ອື່ນ