ອີຣານ ຍົກອອກເງື່ອນໄຂເຊື່ອມຕໍ່ການເຈລະຈາກັບ ອາເມລິກາ, ໃຫ້ຄຳໝັ້ນສັນຍາບໍ່ຜະລິດອາວຸດນິວເຄຼຍ
(VOVWORLD) - ທ່ານ Araghchi ຢັ້ນຢືນວ່າ ອີຣານ ຈະສືບຕໍ່ປະຕິບັດສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ.
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi (ພາບ: IRNA)
|
ວັນທີ 11 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ໄດ້ຢັ້ງຢືນເງື່ອນໄຂຕັດສິນຊີ້ຂາດ ເພື່ອໃຫ້ປະເທດນີ້ ເຊື່ອມຕໍ່ບັນດາການເຈລະຈານິວເຄຼຍ ແມ່ນ ອາເມລິກາ ຕ້ອງປະລະເຈດຕະນາບຸກໂຈມຕີດ້ານການທະຫານ ຕ້ານຄືນ ອີຣານ ຂະນະທີ່ວິວັດການເຈລະຈາພວມໄດ້ດຳເນີນໄປ.
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ປະກາດຄືດັ່ງກ່າວ ທີ່ການຕອບສຳພາດດ້ວຍລາຍລັກອັກສອນ ຕໍ່ນັກຂ່າວຂອງໜັງສືພິມ Le Monde ປະເທດຝະລັ່ງ. ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ຊີ້ແຈ້ງວ່າ ເພື່ອໃຫ້ການເຈລະຈາສາມາດດຳເນີນຄືນໃໝ່, ອາເມລິກາ ຕ້ອງປ່ຽນແປງການກະທຳ ແລະ ຮັບປະກັນບໍ່ດຳເນີນການບຸກໂຈມຕີດ້ານການທະຫານຄັ້ງໃໝ່ຕ້ານຄືນ ອີຣານ ເມື່ອການເຈລະຈາກຳລັງດຳເນີນໄປ. ພ້ອມກັນນັ້ນ, ທ່ານ Araghchi ຢັ້ນຢືນວ່າ ອີຣານ ຈະສືບຕໍ່ປະຕິບັດສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT), ແລະ ເນັ້ນໜັກວ່າ ເຕເຮຣານ ບໍ່ໄດ້ປ່ຽນແປງນະໂຍບາຍບໍ່ຜະລິດອາວຸດນິວເຄຼຍຂອງຕົນ ນັບທັງໃນສະພາບການຖືກ ອາເມລິກາ ແລະ ອີດສະຣາແອັນ ບຸກໂຈມຕີ.