ອີຣານ ຕຳໜິຕິຕຽນການມີໜ້າຂອງທະຫານ ອາເມລິກາ ຢູ່ເຂດອ່າວເປີເຊຍ

(VOVWORLD) - ວັນທີ 29 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ໄດ້ຢືນຢັນວ່າ
ອີຣານ ຕຳໜິຕິຕຽນການມີໜ້າຂອງທະຫານ ອາເມລິກາ ຢູ່ເຂດອ່າວເປີເຊຍ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif (ພາບ: AFP/ TTXVN )

ການມີໜ້າຂອງທະຫານ ອາເມລິກາ ຢູ່ເຂດອ່າວ ເປີເຊຍ ແມ່ນ “ຜິດກົດໝາຍ” ແລະ ກໍ່ໃຫ້ເກີດຄວາມເຄັ່ງຕຶງຫລາຍຢ່າງໃນພາກພື້ນ. ສຳນັກຂ່າວສານ Tasnim ໄດ້ຄັດສະເໜີຄຳເວົ້າຂອງທ່ານ Zarif ທີ່ຖືວ່າ: ເລື່ອງ ອາເມລິກາ ຫາກໍ່ຜັນຂະຫຍາຍກ່ຳປັ່ນເດີ່ນບິນຢູ່ເຂດອ່າວ ເປີເຊຍ ຈະເຮັດໃຫ້ຄວາມເຄັ່ງຕຶງໃນພາກພື້ນເພີ່ມຂຶ້ນ. ທ່ານລັດຖະມົນຕີການຕ່າງປະເທດ Zarif ເນັ້ນໜັກວ່າ: ເລື່ອງເພີ່ມທະວີການມີໜ້າຂອງ ອາເມລິກາ ຢູ່ເຂດອ່າວ ເປີເຊຍ ຍາມໃດກໍ່ສ້າງໃຫ້ເກີດໄພພາບຂູ່ຕໍ່ບັນດາປະເທດໃນພາກພື້ນ.

        ກ່ອນໜ້ານັ້ນ, ວັນທີ 21 ທັນວາ, ກ່ຳປັ່ນເດີ່ນບິນ USS John C.Stennis ຂອງ ອາເມລິກາ ໄດ້ມາຮອດເຂດອ່າວ ເປີເຊຍ ພາຍຫລັງ ວໍຊິງຕັນ ຈັດວາງບັນດາມາດຕະການລົງໂທດແນໃສ່ການສົ່ງອອກນ້ຳມັນຂອງ ອີຣານ ເມື່ອເດືອນ ພະຈິກ ຜ່ານມາຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ