ອີຣານ ຖະແຫຼງການຍິງລູກສອນໄຟນຳວິຖີລຸ້ນໃໝ່ສຳເລັດ

(VOVWORLD) -ກອງທັບເຮືອຂອງປະເທດນີ້ໄດ້ຍິງລູກສອນໄຟນຳວິຖີລຸ້ນໃໝ່ທີ່ຜະລິດຢູ່ພາຍໃນປະເທດສຳເລັດ

ອີຣານ ຖະແຫຼງການຍິງລູກສອນໄຟນຳວິຖີລຸ້ນໃໝ່ສຳເລັດ - ảnh 1ອີຣານ ຖະແຫຼງວ່າ ກອງທັບເຮືອຂອງປະເທດນີ້ໄດ້ຍິງລູກສອນໄຟນຳວິຖີລຸ້ນໃໝ່ທີ່ຜະລິດຢູ່ພາຍໃນປະເທດສຳເລັດ

(ພາບ: AFP/TTXVN)

ວັນທີ 18 ມິຖຸນາ, ອີຣານ ຖະແຫຼງວ່າ ກອງທັບເຮືອຂອງປະເທດນີ້ໄດ້ຍິງລູກສອນໄຟນຳວິຖີລຸ້ນໃໝ່ທີ່ຜະລິດຢູ່ພາຍໃນປະເທດສຳເລັດ ໃນຂອບເຂດບັນດາການຊ້ອມຮົບຢູ່ທາງທິດເໜືອມະຫາສະມຸດອິນເດຍ ແລະ ຢູ່ໃກ້ກັບທາງເຂົ້າເຂດອ່າວເປີເຊຍ. ສຳນັກຂ່າວສານເຄິ່ງທາງການ Tasnim ໃຫ້ຮູ້ວ່າ, ໃນບັນດາການຊ້ອມຮົບນັ້ນ, ບັນດາລູກສອນໄຟໜ້າດິນຕ້ານກ່ຳປັ່ນໄລຍະສັ້ນ, ລູກສອນໄຟກ່ຳປັ່ນຕ້ານກ່ຳປັ່ນ ແລະ ໄລຍະຍາວທີ່ຍິງຈາກຝັ່ງທະເລ ແລະ ຈາກກ່ຳປັ່ນ ແມ່ນຍິງຖືກເປົ້າໝາຍດ້ວຍຄວາມຊັດເຈນສູງ.

        ໃນຂະນະນັ້ນ, ສຳນັກຂ່າວສານ AFP (ຝລັ່ງ) ໄດ້ຄັດສະເໜີຖະແຫຼງການຂອງກອງທັບເຮືອອີຣານ ໂດຍໃຫ້ຮູ້ວ່າ, ບັນດາລູກສອນໄຟ “ໄດ້ທຳລາຍບັນດາເປົ້າໝາຍສົມມຸດຖານຢູ່ໃນໄລຍະ 280 ກມ ແລະ ໄລຍະບິນຂອງບັນດາລູກສອນໄຟດັ່ງກ່າວອາດຈະບິນໄດ້ໄກກວ່ານີ້ອີກ”. ບັນດາລູກສອນໄຟນຳວິຖີລຸ້ນໃໝ່ດັ່ງກ່າວແມ່ນກະຊວງປ້ອງກັນປະເທດ ພ້ອມກັບກອງທັບເຮືອອີຣານ ອອກແບບ ແລະ ຜະລິດ.

ຕອບກັບ

ຂ່າວ/ບົດ​ອື່ນ