ອີຣານ ຖະແຫຼງວ່າ ຈະໂຕ້ຕອບ ຖ້າຫາກ ອາເມລິກາ ຖອນອອກຈາກຂໍ້ຕົກລົງນິວເຄຼຍ

(VOVWORLD) - ວັນທີ 20 ເມສາ, ອີຣານ ຖະແຫຼງວ່າ: ຈະດຳເນີນບັນດາມາດຕະການໂຕ້ຕອບທີ່ແຕກຕ່າງກັນ ຖ້າຫາກ ອາເມລິກາ ປະລະຂໍ້ຕົກລົງປີ 2015 (ແຜນການດຳເນີນງານຮ່ວມຮອບດ້ານ - JCPOA) ເຊິ່ງໄດ້ລົງນາມລະຫວ່າງ Tehran ແລະ ກຸ່ມ P5+1 (ລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ນັ້ນແມ່ນ ອັງກິດ, ຝະຣັ່ງ, ລັດເຊຍ, ຈີນ ແລະ ອາເມລິກາ ພ້ອມກັບ ເຢຍລະມັນ).
ອີຣານ ຖະແຫຼງວ່າ ຈະໂຕ້ຕອບ ຖ້າຫາກ ອາເມລິກາ ຖອນອອກຈາກຂໍ້ຕົກລົງນິວເຄຼຍ - ảnh 1ທ່ານລັດຖະມົນຕີການແຕກຕ່າງປະເທດ ອີຣານ Mohammad Javad Zarif (ພາບ: Reuters/TTXVN)
 

ກ່າວຄຳເຫັນຕໍ່ວົງການນັກຂ່າວ ເມື່ອເດີນທາງໄປຮອດນະຄອນ ນິວຢອກ ປະເທດ ອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດກ່ຽວກັບການຮັກສາສັນຕິພາບ, ທ່ານລັດຖະມົນຕີການແຕກຕ່າງປະເທດ ອີຣານ Mohammad Javad Zarif ເນັ້ນໜັກວ່າ ອີຣານ ມີບັນດາວິທີການຕ່າງກັນ ຖ້າຫາກ ອາເມລິກາ ຖອນອອກຈາກຂໍ້ຕົກລົງນິວເຄຼຍ ແລະ ປະຕິກິລິຍາຈາກ ອີຣານ ພ້ອມກັບປະຊາຄົມສາກົນ ຈະ ບໍ່ຍິນຍອມຢ່າງງ່າຍດາຍສຳລັບຊາວ ອາເມລິກາ. ທ່ານ Zarif ກໍ່ຮຽກຮ້ອງບັນດາປະເທດ ເອີຣົບ ຄວນຮັບປະກັນຄວາມໝັ້ນຄົງໃຫ້ JCPOA ຖ້າຢາກຮັກສາຂໍ້ຕົກລົງດັ່ງກ່າວນີ້ໄວ້. ທ່ານ Zarif ຢືນຢັນວ່າ: ບັນດາຄວາມມານະພະຍາຍາມເຈລະຈາ JCPOA ຄືນໃໝ່ “ຈະບໍ່ໄດ້ຮັບຄຳຕອບຢ່າງຕັ້ງໜ້າ” ຈາກ ອີຣານ ແລະ Tehran ບໍ່ຜ່ອນສັ້ນຜ່ອນຍາວຢ່າງເດັດຂາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ