ອີຣານ ປະຕິເສດການກໍ່ສ້າງຮາກຖານນິວເຄຼຍລັບ

ອີຣານ ປະຕິເສດການກໍ່ສ້າງຮາກຖານນິວເຄຼຍລັບ - ảnh 1
ໂຮງງານໄຟຟ້າ ນິວເຄຼຍ Natanz ຢູ່ Iran.
(ພາບ: Telegraph)

(vovworld) - ວັນ​ທີ 12/7, ລັດຖະບານ ອີຣານ ​ໄດ້​ປະຕິ​ເສດ​ຄຳ​ກ່າວ​ຜຸ​ກ​ໂທດຂອງ​ອົງການ​ຝ່າຍ​ຄ້ານພັດ​ຖິ່ນ​ໂດຍ​ຖື​ວ່າ: ປະ​ເທດ​ນີ້​ໄດ້​ກໍ່ສ້າງ​ຮາກ​ຖານ​ນິວ​ເຄຼຍ​ແຫ່ງ​ໜຶ່ງ​ຢູ່​ຕີນພູ​​ແຫ່ງ​ໜຶ່ງໃກ້​ກັບ​​ເທດສະບານ​ເມືອງ Damavand, ​ແຂ​ວງ ​ເຕ​ເຮຣານ. ກ່າວ​ຄຳ​ເຫັນ​ຕໍ່​ສຳນັກ​ຂ່າວສານ Mehr, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອີຣານ ທ່ານ Abbas Qraqchi ຢືນຢັນ​ວ່າ: “ຂໍ້​ມູນ​ຂ່າວ​ດັ່ງກ່າວ​ແມ່ນ​ຜິດ​ພາດ ​ແລະ ພວກ​ຂ້າພະ​ເຈົ້າ​ຄັດຄ້ານ​ສິ່ງ​ດັ່ງກ່າວ”. ກ່ອນ​ໜ້າ​ນັ້ນ, ວັນ​ທີ 11/7 ກຸ່ມ​ຝ່າຍ​ຄ້ານ MEK ມີ​ສຳນັກງານ​ຕັ້ງ​ຢູ່ ປາຣີ, ປະ​ເທດ ຝຣັ່ງ ກໍ່​ໃຫ້​ຮູ້​ມີ​ບັນດາ​ຫຼັກ​ຖານ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ກ່ຽວ​ກັບ​ຮາກ​ຖານ​ນິວ​ເຄຼຍ​ແຫ່ງ​ໃໝ່​ເຊິ່ງ ອີຣານ ພວມ​ກໍ່ສ້າງ​ຢ່າງ​ລັບ. ​ໃນ​ຖະ​ແຫຼ​ງການ​ຂອງ​ຕົນ, ສະພາ​ຕໍ່ຕ້ານ​ແຫ່ງ​ຊາດ ອີຣານ (NCRI) - ກຸ່ມ​ປົກ​ປ້ອງຂອງ MEK, ​ໄດ້​ຊີ້​ແຈ້ງ​ຮາກ​ຖານ​ດັ່ງກ່າວ​ໄດ້​ກໍ່ສ້າງ​ຢູ່​ໃນ​ພູ​ໃກ້​ກັບເທດສະບານ​ເມືອງ Damavand. NCRI ກໍ່​ກ່າວ​ຜຸ​ກ​ໂທດ​ທ່ານ​ປະທານາທິບໍດີ​ຄົນ​ໃໝ່ ອີຣານ Hassan Rohani, ​ເຄີຍ​ເປັນ​ນັກ​ເຈລະຈາ ກ່ຽວ​ກັບ​ບັນຫາ ນິວ​ເຄຼຍ, ສວມ​ບົດບາດ​ສຳຄັນ​ໃນ​ໂຄງການ​ນີ້.

 

ຂ່າວ/ບົດ​ອື່ນ