ອີຣານ ປະຕິເສດຂ່າວລືກ່ຽວກັບການຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ

(VOVWORLD) - ຕາມທ່ານ Qassemi ແລ້ວ, ແນ່ນອນວ່າມີກຳລັງທີ່ເປັນປໍລະປັກຈາກຕ່າງປະເທດກໍ່ຄືຢູ່ພາຍໃນປະເທດໄດ້ຍົກອອກບັນດາຂ່າວຄາວດັ່ງກ່າວເພື່ອແນໃສ່ຕົວະຍົວະຫຼອກລວງມະຫາຊົນ

ອີຣານ ປະຕິເສດຂ່າວລືກ່ຽວກັບການຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ - ảnh 1

 ທ່ານ Bahram Qassemi, ໂຄສົກກະຊວງການຕ່າງປະເທດ ອີຣານ(ພາບ:AFP/TTXVN)

ວັນທີ 21 ພະຈິກ, ກະຊວງການຕ່າງປະເທດ ອີຣານ ໄດ້ປະຕິເສດຂ່າວລືທີ່ວ່າ ເຕເຮຣານ ກຽມພ້ອມຖອນຕົວອອກຈາກຂໍ້ຕົກລົງດ້ານນິວເຄຼຍທີ່ມີຊື່ວ່າ: ແຜນການກະທຳລວມຮອບດ້ານ (JCPOA) ເຊິ່ງເຕເຮຣານ ໄດ້ລົງນາມກັບກຸ່ມ P5+1 (ເຊິ່ງລວມມີ: ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ).

        ສຳນັກຂ່າວສານ IRNA ໃຫ້ຮູ້ວ່າ: ໃນຖະແຫຼງການທີ່ຍົກອອກມາໃນວັນດຽວກັນ, ທ່ານ Bahram Qassemi, ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ປະຕິເສດບັນດາຂ່າວລືທາງອິນເຕີເນັດ ທີ່ວ່າ ອົງການນີ້ພວມກະກຽມບັນດາການກະທຳເພື່ອຖອນຕົວອອກຈາກ JCPOA. ທ່ານ Qassemi ໄດ້ຊີ້ແຈ້ງວ່າ: “ບັນດາຂ່າວລືນີ້ແມ່ນຜິດພາດ, ບໍ່ມີຫຼັກຖານ”. ຕາມທ່ານ Qassemi ແລ້ວ, ແນ່ນອນວ່າມີກຳລັງທີ່ເປັນປໍລະປັກຈາກຕ່າງປະເທດກໍ່ຄືຢູ່ພາຍໃນປະເທດໄດ້ຍົກອອກບັນດາຂ່າວຄາວດັ່ງກ່າວເພື່ອແນໃສ່ຕົວະຍົວະຫຼອກລວງມະຫາຊົນ, ກໍ່ຄວາມເຄັ່ງຕຶງ, ກໍ່ຄືຜົນກະທົບທີ່ຫຍໍ້ທໍ້ເຖິງຕະຫຼາດ, ຊ້ຳບໍ່ໜຳທຳລາຍຊີວິດຂອງປະຊາຊົນ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ