ອີຣານ ຢັ້ງຢືນສືບຕໍ່ເດີນຕາມບັນດາການເຈລະຈາດ້ານນິວເຄຼຍ

(VOVWORLD) - ວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir – Abdollahian ໄດ້ຢ້ຳຄືນວ່າ ວິທີສຳຜັດຂອງປະເທດ ສ. ອິດສະລາມ ແມ່ນຮັກສາວິວັດການເຈລະຈາເພື່ອບັນລຸໄດ້ຂໍ້ຕົກລົງທີ່ຍາວນານ...
ອີຣານ ຢັ້ງຢືນສືບຕໍ່ເດີນຕາມບັນດາການເຈລະຈາດ້ານນິວເຄຼຍ - ảnh 1ທ່ານ Nasser Kanaani, ໂຄສົກກະຊວງການຕ່າງປະເທດ ອີຣານ (ພາບ:ກະຊວງການຕ່າງປະເທດ ອີຣານ)

ທ່ານ Nasser Kanaani, ໂຄສົກກະຊວງການຕ່າງປະເທດ ອີຣານ ຢັ້ງຢືນວ່າ: ປະເທດນີ້ຈະສືບຕໍ່ເດີນຕາມບັນດາການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍປີ 2015. ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 10 ຕຸລາ, ທ່ານ Kanaani ໃຫ້ຮູ້ວ່າ: ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir – Abdollahian ໄດ້ຢ້ຳຄືນວ່າ ວິທີສຳຜັດຂອງປະເທດ ສ. ອິດສະລາມ ແມ່ນຮັກສາວິວັດການເຈລະຈາເພື່ອບັນລຸໄດ້ຂໍ້ຕົກລົງທີ່ຍາວນານ ແລະ ໝັ້ນຄົງ, ຮັບປະກັນບັນດາຜົນປະໂຫຍດພື້ນຖານຂອງປະເທດຊາດ; ທ່ານຢັ້ງຢືນວ່າ ເຕເຮຣານ ຈະບໍ່ອະນຸຍາດໃຫ້ປະເທດອື່ນ ແຊກແຊງເຂົ້າບັນຫາພາຍໃນຂອງຕົນ. ວົງການເຈົ້າໜ້າທີ່ການທູດ ອີຣານ ຜູ້ນີ້ໄດ້ຊີ້ແຈ້ງທັດສະນະ ແລະ ຫຼັກໝັ້ນຂອງປະເທດນີ້ທີ່ໄດ້ສະແດງອອກໃນການເຈລະຈານິວເຄຼຍ ແລະ ເຕເຮຣານ ຈະສືບຕໍ່ເດີນຕາມເສັ້ນທາງການທູດຄືໄລຍະກ່ອນນີ້. ອີຣານ ພ້ອມແລ້ວທີ່ຈະເຈລະຈາສອງຝ່າຍກັບທຸກໆຝ່າຍເພື່ອໃຫ້ບັນດາການເຈລະຈາບັນລຸໄດ້ໝາກຜົນແຕ່ ເຕເຮຣານ ກໍ່ຢືດໝັ້ນຕ້ານຄືນທຸກໆຄວາມມານະພະຍາຍາມຂອງຝ່າຍຕາເວັນຕົກ ເພື່ອແນໃສ່ຈັດວາງບັນດາມາດຕະການລົງໂທດໃໝ່, ດ້ວຍຈຸດປະສົງກໍ່ຄວາມກົດດັນເພື່ອໃຫ້ປະເທດນີ້ຕ້ອງປະນິປະນອມ.

ຕອບກັບ

ຂ່າວ/ບົດ​ອື່ນ