ອີ​ຣານ ສະ​ແດງ​ທັດ​ສະ​ນະ​ ກ່ຽວ​ກັບ​ການ​ເຈ​ລະ​ຈາ​ນິວ​ເຄຼຍ

(VOVWORLD) -ບັນດາການເຈລະຈາຜ່ານມາ ໄດ້ໄປຖືກທິດ. ອີຣານ ບໍ່ຢາກແກ່ຍາວການເຈລະຈາໄປອີກແລ້ວ.
ອີ​ຣານ ສະ​ແດງ​ທັດ​ສະ​ນະ​ ກ່ຽວ​ກັບ​ການ​ເຈ​ລະ​ຈາ​ນິວ​ເຄຼຍ - ảnh 1ການເຈລະຈານິວເຄຼຍ ໃນວັນທີ 27 ທັນວາ 2021 ຢູ່ ໂອຕາລິດ (ພາບ: AFP/TTXVN)

ວັນທີ 9 ມັງກອນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Hossein Amir Abdollahian ຖືວ່າ ການເຈລະຈາຄັ້ງຕ່າງໆລະຫວ່າງ ອີຣານ ແລະ ບັນດາປະເທດມະຫາອຳນາດໃນໂລກ ແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍ ປີ 2015 ໃກ້ຈະບັນລຸໄດ້ຂໍ້ຕົກລົງທີ່ດີແລ້ວ, ແຕ່ການບັນລຸໄດ້ຂໍ້ຕົກລົງໃນໄວໆນີ້ແມ່ນຂຶ້ນກັບບັນດາຝ່າຍທີ່ຍັງເຫຼືອ. ສຳນັກຂ່າວສານແຫ່ງລັດ ອີຣານ IRNA ໄດ້ຄັດສະເໜີຄຳປາໄສຂອງທ່ານ Hossein Amir Abdollahian ໂດຍຢືນຢັນວ່າ ບັນດາການເຈລະຈາຜ່ານມາ ໄດ້ໄປຖືກທິດ. ອີຣານ ບໍ່ຢາກແກ່ຍາວການເຈລະຈາໄປອີກແລ້ວ.

        ການເຈລະຈາແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015 ຫຼື ຍັງເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ໄດ້ເຊື່ອມຕໍ່ຄືນໃໝ່ໃນເດືອນ ພະຈິກ 2021 ພາຍຫຼັງຖືກຢຸດສະງັກໃນເດືອນມິຖຸນາ 2021, ເຊິ່ງເປັນຊ່ວງເວລາທີ່ ອີຣານ ດຳເນີນການເລືອກຕັ້ງລັດຖະບານໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ