ອີຣານ ຮຽກຮ້ອງກຸ່ມ P5+1 ຍົກອອກ ຂໍ້ສະເໜີໃໝ່

ອີຣານ ຮຽກຮ້ອງກຸ່ມ P5+1 ຍົກອອກ ຂໍ້ສະເໜີໃໝ່ - ảnh 1
ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ Mohammad Javad Zarif
(ພາບ: presstv.com)


(vovworld) - ວັນ​ທີ 06 ຕຸລາ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ Mohammad Javad Zarif ​ໄດ້​ຮຽກຮ້ອງ​ໃຫ້ກຸ່​ມ P5+1 (​ເຊິ່ງລວມມີ ອັງກິດ, ລັດ​ເຊຍ, ຝລັ່ງ, ​ອາ​ເມ​ລິ​ກາ, ຈີນ ​ແລະ ​ເຢຍລະ​ມັນ) ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ໃໝ່​ທີ່​ການ​ເຈລະຈາ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ​ເຕ​ເຣຣານ, ຄາດ​ວ່າ​ຈະ​ໄດ້​ເຊື່ອມ​ຕໍ່​ໃນ​ວັນ​ທີ 15 ຕຸລາ ຈະ​ມາ​ເຖິງ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Mohammad Javad Zarif ຢືນຢັນ​ວ່າ ຂໍ້​ສະ​ເໜີ​ກ່ອນ​ນັ້ນ​ຂອງ​ກຸ່​ມ P5+1 ທີ່ການ​ເຈລະຈາ 2 ຄັ້ງ​ຢູ່ ກາຣັກສຖານ ​ເມື່ອ​ເດືອນ ກຸມພາ ​ແລະ ​ເມສາ ຜ່ານ​ມາ ບໍ່​ມີຄູນຄ່າ​ອີກ​ແລ້ວ. ບັນດາ​ຂໍ້​ສະ​ເໜີ​ເກົ່າ​ຖືກ​ຍົກ​ອອກ​ມາ ກ່ອນ​ການ​ເລືອກ​ຕັ້ງ​ເຊິ່ງທ່ານ​ປະທານາທິບໍດີ​ອີຣານ Hassan Rouhani ຍາດ​ໄດ້​ໄຊຊະນະ​ເມື່ອ​ເດືອນ ມີ​ຖຸນາ ຜ່ານ​ມາ, ຮຽກຮ້ອງ​ໃຫ້​ເຕ​ເຣຣານ ຕ້ອງ​ຢຸດຕິ​ໂຄງການ​​ເສີມ​ທາດ uranium ​ໃນລະດັບ 20% ​ແລະ ຢຸດຕິ​ໂຄງການ​ເສີມ​ທາດ uranium ຢູ່​ນະຄອນ Qom.

ຂ່າວ/ບົດ​ອື່ນ