ອີຣານ ຮຽກ​ຮ້ອງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ ຕາ​ລີ​ບານ ນຳ​ໃຊ້​ວິ​ທີ​ສຳ​ຜັດ “ເປັນ​ມິດ”

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Amir – Abdollahian ເນັ້ນໜັກວ່າ ສິ່ງສຳຄັນແມ່ນ ຕາລີບານ ຕ້ອງນຳໃຊ້ວິທີສຳຜັດທີ່ເປັນມິດກັບບັນດາປະເທດບ້ານໃກ້ເຮືອນຄຽງຂອງ ອາບການິດສະຖານ ແລະ ປະຕິບັດບາດກ້າວເດີນທີ່ຈຳເປັນ ເພື່ອແນໃສ່ຮັບປະກັນວ່າ ອາບການິດສະຖານ ຈະບໍ່ນາບຂູ່ບັນດາປະເທດເຫຼົ່ານີ້.
ອີຣານ ຮຽກ​ຮ້ອງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ ຕາ​ລີ​ບານ ນຳ​ໃຊ້​ວິ​ທີ​ສຳ​ຜັດ “ເປັນ​ມິດ” - ảnh 1ກຳລັງ ຕາລີບານ ຢູ່ Kabul, ອາບການິດສະຖານ (ພາບ: AFP/TTXVN)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ບັນດາປະເທດບ້ານໃກ້ເຮືອນຄຽງ ອາບການິດສະຖານ ຖືກຈັດຂຶ້ນຕາມຮູບການໂດຍກົງສົມທົບແບບທາງໄກ ຢູ່ ອີຣານ ໃນວັນທີ 27 ຕຸລາ, ໃນນັ້ນ ຜູ້ຕາງໜ້າ ປາກິດສະຖານ, ອຸດສະເບກິດສະຖານ, ຕັດຈີກິດສະຖານ ແລະ ຕວກເມນິດສະຖານ ເຂົ້າຮ່ວມໂດຍກົງຢູ່ ອີຣານ, ສ່ວນທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ຈີນ ໄດ້ເຂົ້າຮ່ວມຕາມຮູບການທາງໄກ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Amir – Abdollahian ເນັ້ນໜັກວ່າ ສິ່ງສຳຄັນແມ່ນ ຕາລີບານ ຕ້ອງນຳໃຊ້ວິທີສຳຜັດທີ່ເປັນມິດກັບບັນດາປະເທດບ້ານໃກ້ເຮືອນຄຽງຂອງ ອາບການິດສະຖານ ແລະ ປະຕິບັດບາດກ້າວເດີນທີ່ຈຳເປັນ ເພື່ອແນໃສ່ຮັບປະກັນວ່າ ອາບການິດສະຖານ ຈະບໍ່ນາບຂູ່ບັນດາປະເທດເຫຼົ່ານີ້. ທ່ານກໍສະແດງຄວາມຫວັງວ່າ ບັນດາຝ່າຍ ອາດຈະບັນລຸໄດ້ “ມາດຕະການທີ່ຈະແຈ້ງກວ່າ” ກ່ຽວກັບສະພາບການຕົວຈິງໃນປັດຈຸບັນຢູ່ ອາບການິດສະຖານ, ຄວາມມຸ່ງຫວັງຂອງບັນດາປະເທດບ້ານໃກ້ເຮືອນຄຽງໄດ້ຮັບຜົນສະທ້ອນຫຼາຍທີ່ສຸດຈາກການຜັນແປທີ່ເກີດຂຶ້ນຢູ່ປະເທດນີ້.

         ກ່ຽວຂ້ອງເຖິງສະພາບການຢູ່ ອາບການິດສະຖານ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Amir – Abdollahian ຢັ້ງຢືນວ່າ ອີຣານ ສະໜັບສະໜູນການສ້າງຕັ້ງລັດຖະບານຮອບດ້ານ, ໃນນັ້ນມີການເຂົ້າຮ່ວມຂອງກຸ່ມຊາດພັນ ແລະ ສາສະໜາຢູ່ ອາບການິດສະຖານ,ໂດຍອີງໃສ່ການເຈລະຈາລະຫວ່າງກຸ່ມຕ່າງໆເຫຼົ່ານີ້ ໂດຍບໍ່ມີການແຊກແຊງຈາກຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ