ອີຣານ ເລີ່ມຈົດທະ ບຽນຜູ້ອອກສະໝັກ ຮັບເລືອກຕັ້ງເປັນ ປະທານາທິບໍດີ

ອີຣານ ເລີ່ມຈົດທະ ບຽນຜູ້ອອກສະໝັກ ຮັບເລືອກຕັ້ງເປັນ ປະທານາທິບໍດີ - ảnh 1
(ພາບປະກອບ)
(vovworld) - ສຳນັກ​ຂ່າວສານ​ແຫ່ງ​ລັດ​ອີຣານ IRNA ​ໃຫ້​ຮູ້​ວ່າ, ວັນ​ທີ 07/05, ປະ​ເທດ​ນີ້​ໄດ້​​ໃຫ້​ຈົດ​ທະບຽນ​ຜູ້​ອອກສະໝັກ​ຮັບ​ເລືອກ​ຕັ້ງ​ເປັນປະທານາທິບໍດີ​ຄັ້ງ​ທີ 11 ຢ່າງ​ເປັນ​ທາງ​ການ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 14/06 ຈະ​ມາ​ເຖິງ. ພາຍຫຼັງຈົດ​ທະບຽນ 5 ວັນ, ​ແຕ່​ວັນ​ທີ 12 – 16/05, ສະພາ​ລັດຖະທຳ​ມະນູນ​ຈະ​ຈັດ​ກອງ​ປະຊຸມ​ເພື່ອ​ພິຈາລະນາ​ຢ່າງ​ລະ​ອຽດ​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ ​ແລະ ປິດບັນຊີ​ລາຍ​ຊື່. ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ ທີ່ຈະ​ຖືກ​ສະພາ​ລັດຖະທຳ​ມະນູນລົບ​ຊື່ຈະ​ມີ 5 ວັນ​ເພື່ອ​ຮ້ອງ​ຟ້ອງ ​ແລະ ຫຼັງ​ຈາກ​ນັ້ນ ເມື່ອ​ມີ​ຊື່​ໃນ​ບັນຊີ​ລາຍ​ຊື່​ສຸດ​ທ້າ​ຍ ບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຈະ​ມີ​ເວລາ​ຫາ​ສຽງ​ເລືອກ​ຕັ້ງຮອດ​ວັນ​ທີ 12/06, ກ່ອນ​ທີ່​ດຳ​ເນີນ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງການ​ 2 ວັນ. ລັດຖະທຳ​ມະນູນ​ອີຣານ ກຳນົດ​ວ່າ ປະທານາທິບໍດີ​​ມີ​ອາຍຸ​ການ 4 ປີ, ຕ້ອງ​ເປັນ​ຜູ້​ເຊື່ອ​ຖື​ສາສະໜາ​ອິດສລາມ ​ແລະ ບໍ່​ໄດ້​ດຳ​ລົງ​ຕຳ​ແໜ່​ງ​ລື່ນກ່າຍ 2 ອາຍຸ​ການລຽນ​ຕິດ. ຕາມ​ບັນດາ​ຂໍ້​ກຳນົດ​ດັ່ງກ່າວ, ທ່ານປະທານາທິບໍດີ​ຄົນ​ປະຈຸ​ບັນ Mahmouh Ahmedinejad ບໍ່​ໄດ້​ອອກ​ສະໝັກ​ຮັບ​ເລື​ອກ​ຕັ້ງ​ໃນ​ຄັ້ງ​ນີ້ ຍ້ອນມີ 8 ປີ​ຢ່າງລ້ຽນ​ຕິດ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ. ​ ຄາດ​ວ່າ, ທ່ານ​ປະທານ​ນາ​ທິບໍດີ Ahmedinejad ​ຈະ​ສະ​ເໜີ​ຜູ້​ຊ່ວຍ​ວຽກ​ຂອງ​ທ່ານ​ແມ່ນ​ທ່ານ Esfandiar Rahim Mashaie ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ.
ຂ່າວ/ບົດ​ອື່ນ