ອີຣານ ແລະ IAEA ເປັນເອກະພາບຈັດກອງປະຊຸມກ່ຽວກັບໂຄງການນິວເຄຼຍໃນວັນທີ 15/04

ອີຣານ ແລະ IAEA ເປັນເອກະພາບຈັດກອງປະຊຸມກ່ຽວກັບໂຄງການນິວເຄຼຍໃນວັນທີ 15/04 - ảnh 1
(ພາບປະກອບ: NBC News)

​(vovworld) –  ອີຣານ ​ແລະ IAEA ​ເປັນ​ເອກະ​ພາບ​ຈັດ​ກອງ​ປະຊຸມ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ​ໃນ​ວັນ​ທີ 15/04. ທີ່​ການ​ພົບ​ປະ​ທີ່​ມີລັກສະນະ​ເຕັກນິກ​ນີ້, ບັນດາ​ນັກ​ຊ່ຽວຊານ​ອີຣານ ​​ແລະ ອົງການ​ພະລັງງານ​ປະລະມານຸສາກົນ (IAEA) ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ໃນຂໍ້​ຕົກລົງ​ແມ່ທີ່​ຫາ​ກໍ່​ບັນລຸ​ໄດ້. ນີ້​ຈະ​ແມ່ນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ຂອງ​ວົງ​ການ​ເຈົ້າ​ໜ້າ​ທີ່ 2 ຝ່າຍ ນັບ​ແຕ່​ເມື່ອອີຣານ ​ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດກຳມະການ​ປະຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງສ​ປ​ຊ ແມ່ນ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ບັນລຸ​ໄດ້​ຂໍ້​ຕົກລົງ​​ແມ່ແນ​ໃສ່​ສະກັດ​ກັ້ນ​ໂຄງການນິວ​ເຄຼຍຂອງ​ເຕ​ເຣຣານ ​ເພື່ອ​ແລກ​ເອົາ​ເລື່ອງຜ່ອນຄາຍ​ຄຳ​ສັ່ງ​ລົງ​ໂທດ​ສຳລັບ​ປະ​ເທດ​ອິດສລາມ​ນີ້. ຄາດ​ວ່າ, IAEA ຈະ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ໃນ​ວຽກ​ງານ​ສືບສວນ​ບັນດາ​ການ​ເຄື່ອນ​ໄຫວ​ນິວ​ເຄຼຍໃນ​ເມື່ອ​ກອນ ​ແລະ ​ໃນ​ປະຈຸ​ບັນ​ຂອງ​ອີຣານ ​ໃນ​ເດືອນ 04 ນີ້. ​ໃນ​ຂະນະ​ນັ້ນ, ບັນດາ​ນັກ​ການ​ທູດ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ກ່ອນ​ທີ່​ອີຣານ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ບັນລຸ​ໄດ້​ຂໍ້​ຕົກລົງ​ດ້ານ​ການ​ເມືອງ​ສຸດ​ທ້າຍ, ການ​ສື​ບສວນ​ຂອງ IAEA ມີ​ແຕ່ບັນລຸ​ໄດ້ຄວາມ​ຄືບ​ໜ້າ​ໜ້ອຍ​ໜຶ່ງ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ