ອີຣານ ແລະ P5+1 ມານະພະຍາຍາມຍູ້ແຮງການເຈລະຈາໂດຍບໍ່ຫົວຊາຕໍ່ຫຼາຍບັນຫາທີ່ເກີດຂຶ້ນ

ອີຣານ ແລະ P5+1 ມານະພະຍາຍາມຍູ້ແຮງການເຈລະຈາໂດຍບໍ່ຫົວຊາຕໍ່ຫຼາຍບັນຫາທີ່ເກີດຂຶ້ນ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ແລະ ຄູ່​ຕຳ​ແໜ່ງ ອີ​ຣານ
(ພາບ: nytimes.com)

 (vovworld) - P5+1 ສືບ​ຕໍ່​ການ​ເຈລະຈາ​ກັບ​ອີຣານ ທີ່ Lausanne (ປະ​ເທດ​ສະ​ວິດ) ​ແຕ່​ວັນ​ທີ 15/3 ດ້ວຍ​ຄວາມ​ຫວັງ​ຈະ​ສຳ​ເລັດ​ຂໍ້​ຕົກລົງ​ແມ່​ຄັ້ງສຸດ​ທ້າຍ​ກ່ຽວ​ກັບ​ລາຍການ​ນິວຄະ​ເລຍ​ກ່ອນ​ວັນ​ທີ 31/3. ກ່ອນ​ດຳ​ເນີນ​ການ ເຈລະຈາ​ຮອບ​ໃຫມ່ກັບ​ອີຣານ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry, ​ໃຫ້​ຮູ້​ວ່າ, ​ເຖິງ​ວ່າ​ບໍ່​ທັນ​ຮູ້​ຢ່າງ​ແນ່​ວ​ແນ່​ ກ່ຽວ​ກັບ​ຄວາມ​ສາມາດ​ບັນລຸ​ຂໍ້​ຕົກລົງ​​ກໍ່ຕາມ, ​ແຕ່​ບັນດາ​ຝ່າຍ​ກ່ຽວຂ້ອງ​ຍັງ​ຄົງ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ບັນລຸ​​ໃຫ້​ໄດ້​ຈຸດໝາຍ​ນີ້. ຕາມທ່ານ​ລັດຖະມົນຕີ​ວ່າການ​ John Kerry ​ແລ້ວ, ປະຈຸ​ບັນ​ລະຫວ່າງ​ຝ່າຍ​ຕ່າງໆ​ຍັງ​ມີ​ຊ່ອງ​ວ່າງ​ໃຫຍ່​ທີ່​ຈຳ​ເປັນ​ຕ້ອງ​​ຜ່ານ​ຜ່າ. ຈຸດປະສົງ​ຂອງ​ການ​ເຈລະຈາ​ບໍ່​ພຽງ​ແຕ່​ບັນລຸ​ໄດ້​ຂໍ້​ຕົກລົງ​ແມ່​ເທົ່າ​ນັ້ນ, ຫາກຕ້ອງ​ບັນລຸ​ໃຫ້ໄດ້​ສັນຍາ​ສະບັບ​ໜຶ່ງ​ຢ່າງ​ເໝາະ​ສົມອີກ​ດ້ວຍ.


ຂ່າວ/ບົດ​ອື່ນ