ອີຣານ ແລະ ບັນດາປະເທດມະຫາອຳນາດເຊື່ອມຕໍ່ການເຈລະຈາຢູ່ ວຽນ (ໂອຕາລິດ) ແນໃສ່ກອບກູ້ຂໍ້ຕົກລົງ JCPOA

(VOVWORLD) -ບັນດາຝ່າຍເຂົ້າຮ່ວມແຜນການເຄື່ອນໄຫວງານຮ່ວມຮອບດ້ານ (JCPOA) ໄດ້ເລີ່ມດຳເນີນກອງປະຊຸມເປັນທາງການຂອງຄະນະກຳມະການປະສົມ.
ອີຣານ ແລະ ບັນດາປະເທດມະຫາອຳນາດເຊື່ອມຕໍ່ການເຈລະຈາຢູ່ ວຽນ (ໂອຕາລິດ) ແນໃສ່ກອບກູ້ຂໍ້ຕົກລົງ JCPOA - ảnh 1ການເຈລະຈາໃນວັນທີ 03 ທັນວາ 2021
(ພາບ: THX/TTXVN)

ທ່ານ Mikhail Ulyanov, ທູດພິເສດນິວເຄຼຍຂອງລັດເຊຍ ໃຫ້ຮູ້ວ່າ, ບັນດາການເຈລະຈາເພື່ອກອບກູ້ເອົາຂໍ້ຕົກລົງນິວເຄຼຍ ອີຣານ 2015 ໄດ້ຮັບການເຊື່ອມຕໍ່ຄືນໃໝ່ຢ່າງເປັນທາງການ ຢູ່ ວຽນ, ປະເທດ ໂອຕາລິດ ໃນວັນທີ 09 ທັນວາ ລະຫວ່າງຝ່າຍຕ່າງໆທີ່ເຂົ້າຮ່ວມຂໍ້ຕົກລົງ, ເວັ້ນເສຍ ອາເມລິກາ. ຂ່າວຄາວທີ່ໄດ້ເອົາລົງໃນສື່ສັງຄົມອອນລາຍ Twitter, ທ່ານ Mikhail Ulyanov ຊີ້ແຈ້ງວ່າ: “ບັນດາຝ່າຍເຂົ້າຮ່ວມແຜນການເຄື່ອນໄຫວງານຮ່ວມຮອບດ້ານ (JCPOA) ໄດ້ເລີ່ມດຳເນີນກອງປະຊຸມເປັນທາງການຂອງຄະນະກຳມະການປະສົມ”.

        ເຂົ້າຮ່ວມການເຈລະຈາແມ່ນຜູ້ຕາງໜ້າຂອງ ອີຣານ, ຝລັ່ງ, ອັງກິດ, ເຢຍລະມັນ, ລັດເຊຍ ແລະ ຈີນ. ນອກນັ້ນ, ຍັງມີການເຈລະຈາທາງອ້ອມລະຫວ່າງ ອີຣານ ແລະ ອາເມລິກາ ຍ້ອນ ເຕເຮຣານ ປະຕິເສດການພົບປະໂດຍກົງກັບ ວໍຊິງຕັນ. ທ່ານ Rob Malley, ທູດພິເສດຂອງ ອາເມລິກາ ຈະໄປ ວຽນ ໃນທ້າຍອາທິດນີ້.

        ໃນວັນດຽວກັນ, ນັກເຈລະຈານິວເຄຼຍຂັ້ນສູງຂອງ ອີຣານ ທ່ານ Bagheri Kani ໃຫ້ຮູ້ວ່າ ເຕເຮຣານ ມີຄວາມເຂັ້ມງວດໃນການເຈລະຈາ, ພ້ອມທັງເນັ້ນໜັກວ່າ ອີຣານ ສືບຕໍ່ດຳເນີນເຈລະຈາໂດຍອີງໃສ່ທັດສະນະກ່ອນໜ້ານັ້ນຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ