ອີຣານກ່າວເຕືອນວ່າຊະອຸດີອາຣາເບຍບໍ່ຄວນແຊກແຊງເຂົ້າວຽກງານຂອງຊີຣີ

ອີຣານກ່າວເຕືອນວ່າຊະອຸດີອາຣາເບຍບໍ່ຄວນແຊກແຊງເຂົ້າວຽກງານຂອງຊີຣີ - ảnh 1
ພົນ​ວາ​ທີ Masoud Jazayeri
(ພາບ​ປະ​ກອບ: AP)


(vovworld) –​ ວັນ​ທີ 14/02, ສື່ມວນ​ຊົນ​ແຫ່ງ​ລັດ​ອີ​ຣານ ໃຫ້​ຂ່າວ​ວ່າ, ທ່ານ​ຮອງ​ຫົວ​ໜ້າ​ເສ​ນາ​ທິ​ການ​ໃຫຍ່​ບັນ​ດາ​ກຳ​ລັງ​ປະ​ກອ​ບ​ອາ​ວຸດ​ປະ​ເທດນີ້, ​ພົນ​ວາ​ທີ Masoud Jazayeri ກ່າວ​ເຕືອນວ່າ ​ຊະ​ອຸ​ດີ ອາ​ຣາ​ເບຍ ບໍ່​ໄດ້​ຈັດ​ສົ່ງທະ​ຫານ​ເຖິງ​ຊ​ີ​ຣີ. ຄຳ​ກ່າ​ວ​ເຕືອນນີ້​ຖືກ​ຍົກ​ອອກ​ມາ ພາຍ​ຫຼັງ ​ຊະ​ອຸ​ດີ ອາ​ຣາ​ເບຍ ໄດ້​ຈັດ​ສົ່ງ​ເຮືອ​ບິນ​ສູ້​ຮົບ​ເຖິງ​ຊີ​ຣີ. ພົນ​ວາ​ທີ Masoud Jazayeri ຖ​ະ​ແຫຼງວ່າ ອີ​ຣານ ຈ​ະ​ບໍ່​ປະ​ໃຫ້​ສະ​ພາບ​ການ​ຢູ່​ຊ​ີ​ຣີ ຜັນ​ແປ່​ຕາມ​​ຄວາມ​ຫວັງ​ຂອງ​ບັນ​ດາ​ປະ​ເທດ​​ຊ່ວຍ​ເຫຼືອ​ພວກ​ກະ​ບົດ​ ແລະ ລັດ​ອິດ​ສະ​ລາມ ຈະ​ນຳ​ໃຊ້​ທຸກ​ມາດ​ຕະ​ການ​ຈຳ​ເປັນ​ໃນ​ຈຸດ​ເວ​ລ​າ​ທີ່​ເໝາະ​ສົມ. ພົນ​ວາ​ທີ Masoud Jazayeri ຍັງກ່າວ​​ຫາ​ບັນ​ດາ​​ບຸກ​ຄົນກໍ່​ການ​ຮ້າຍ​ພວມ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຢູ່​ຊີ​ຣີ ອາດ​ຈະ​ແມ່ນ​ກຳ​ລັງ​ຂອງ ຊະ​ອຸ​ດີ ອາ​ຣາ​ເບຍ, ອາ​ເມ​ລິ​ກາ ຊ້ຳ​ບໍ່​ໜຳ​ແມ່ນ​ກຳ​ລັງປະ​ຕິ​ການໃນ​ພາກ​ພື້​ນ.

ຂ່າວ/ບົດ​ອື່ນ