ອີຣານຊຸກຍູ້ການພົວພັນກັບບັນດາປະເທດໃນພາກພື້ນພາຍຫຼັງຂໍ້ຕົກລົງນິວເຄຼຍ

ອີຣານຊຸກຍູ້ການພົວພັນກັບບັນດາປະເທດໃນພາກພື້ນພາຍຫຼັງຂໍ້ຕົກລົງນິວເຄຼຍ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani
(ພາບ​ປະ​ກອບ)

(vovworld) –  ​ ອີ​ຣານ ພວມ​ຊອກ​ຫາ​ວິ​ທີ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ພາຍຫຼັງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ປະ​ຫວັດ​ສາດ​ກັບ​ກຸ່ມ P5+1 (ເຊິ່ງ​ລວມ​ມີ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ເຕ​ເຮ​ຣານ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ໃນ​ວັນ​ທີ 18/7 ກັບ ກະ​ສັດ Qatar Tamim bin Hamad al – Thani, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani ໃຫ້​ຮູ້​ວ່າ: ເຕ​ເຮ​ຣານ​ ກຽມ​ພ້ອມ​ແລກ​ປ່ຽນ​ທັດ​ສະ​ນະ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້ Qatar ​ຈົ່ງພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ສະ​ກັດ​ກັ້ນ​ບັນ​ດາ​ກຸ່ມກໍ່​ການ​ຮ້າຍ ແລະ ຫົວ​ຮຸນ​ແຮງ, ເພີ່ມ​ທະ​ວີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່​ຫລຸ​ດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ແລະ ຮັກ​ສາ​ສະ​ຖຽນ​ລະ​ພາ​ບ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ. ການ​ນຳ ອີ​ຣານ ກໍ​ເນ​ັ້​ນ​ໜັກ​ວ່າ: ຂໍ້​ຕົກ​ລົງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ບັນ​ຫາ​ພາກ​ພື້ນກໍ​ຄືການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ດ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ຜ່ານ​ທາງ​ການ​ທູດ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ຄູ່​ຕຳ​ແໜ່ງ ປາ​ກິດ​ສະ​ຖານ Mamnoon Hussain, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani ຮຽກ​ຮ້ອງ​​ຊຸກ​ຍູ້​ການ​ພົວ​ພ​ັນ “ເລ​ິກ​ເຊິ່ງ ແລະ ສະ​ໜິ​ດ​ສະ​ໜົມ” ລະ​ຫວ່າງ 2 ປະ​ເທດ​ໃນ​ທຸກໆ​ຂົງ​ເຂດ ແລະ ມາ​ນະ​ພະ​ຍາ​ຍາມ​ນຳ​ວົງ​ເງິນ​​ການ​ຄ້າ 2 ສົ້ນ​ຂຶ້ນ​ກ່​ວາ 5 ຕື້ USD.


ຂ່າວ/ບົດ​ອື່ນ