ອີຣານຊົມເຊີຍການສ້າງການພົວພັນກັບ ຊາອຸດິອາຣັບເບຍ ເປັນປົກກະຕິ

(VOVWORLD) -ສຳນັກຂ່າວສານແຫ່ງລັດອີຣານໄດ້ຄັດຄຳເວົ້າຂອງລັດຖະມົນຕີການຕ່າງປະເທດຂອງປະເທດນີ້ ທ່ານ ຮົດແຊນ ອາມີອັບດຸນລາຮີຢານ ເມື່ອວັນທີ 26 ມີນາວ່າ   ເຕເຮຣານ ຊົມເຊີຍການສ້າງການພົວພັນກັບ ຊາອຸດິອາຣັບເບຍ ເປັນປົກກະຕິ ແລະ ປາດຖະໜາວ່າ ທາງຝ່າຍຣີອັດ ສວມບົດບາດຕັ້ງໜ້າກວ່າໃຫ້ແກ່ວິວັດທະນາການນີ້
ອີຣານຊົມເຊີຍການສ້າງການພົວພັນກັບ ຊາອຸດິອາຣັບເບຍ ເປັນປົກກະຕິ - ảnh 1ທ່ານ  ອາມີອັບດຸນລາຮີຢານ ລັດຖະມົນຕີການຕ່າງປະເທດອີຣານ

     ເມື່ອເຕື້ອງເຖິງສະພາບການຢູ່ ເຢແມນ ທ່ານລັດຖະມົນຕີການຕ່າງປະເທດອີຣານໃຫ້ຮູ້ວ່າ ເຕເຮຣານໄດ້ສະເໜີ ຊາອຸດິອາຣັບເບຍ ຫຼາຍຄັ້ງກ່ຽວກັບການຢຸດການສູ້ຮົບຢູ່ ເຢແມນ.  ທ່ານ ອັບດູລາ ຮີຢານໄດ້ເນັ້ນໜັກເຖິງຫຼັກໝັ້ນຂອງອີຣານແມ່ນຄັດຄ້ານສົງຄາມແລະຖືວ່າບໍ່ມີໃຜຈະໄດ້ຮັບຜົນປະໂຫຍດຂະນະທີ່ການປະທະກັນສືບຕໍ່ເກີດຂຶ້ນ.

ການພົວພັນລະຫວ່າງອີຣານ ແລະ ຊາອຸດິອາຣັບເບຍ ໄດ້ມີຄວາມເຄັ່ງຕຶງນັບຕັ້ງແຕ່ເດືອນມັງກອນປີ 2016 ພາຍຫຼັງທີ່ ຊາອຸດິອາຣັບເບຍ ໄດ້ຕັດສິນປະຫານຊີວິດນັກບວດຊາວມຸດສະລິມນິກາຍຊີອະ ນິມອານິມ. ຫຼັງຈາກນັ້ນມີກຸ່ມຄົນຊາວອີຣານໄດ້ເດີນຂະບວນປະທ້ວງບຸກໂຈມຕີສະຖານທູດ ຊາອຸດິອາຣັບເບຍ ປະຈຳເຕເຮຣານ ແລະ ສະຖານກົງສຸນ ຊາອຸດິອາຣັບເບຍປະຈຳ ມັດແຮັດ.

     ເພື່ອເປັນການຕອບແທນ, ຣີອັດ ໄດ້ຕັດສາຍພົວພັນກັບກັບເຕເຮຣານ. ໃນສອງສາມເດືອນທີ່ຜ່ານມາ, ອີຣານແລະຊາອຸດິອາຣັບເບຍໄດ້ດຳເນີນບາງການເຈລະຈາໂດຍອີຣັກເປັນຄົນກາງໄກ່ເກ່ຍ.

ຕອບກັບ

ຂ່າວ/ບົດ​ອື່ນ