ອີຣານຊົມເຊີຍບັນດາບໍລິສັດອາເມລິກາມາລົງທຶນເຂົ້າບັນດາໂຄງການນ້ຳມັນອາຍແກັສ

ອີຣານຊົມເຊີຍບັນດາບໍລິສັດອາເມລິກາມາລົງທຶນເຂົ້າບັນດາໂຄງການນ້ຳມັນອາຍແກັສ - ảnh 1
(ພາບປະກອບ)

(vovworld) – ​ “ ອີຣານ ຊົມ​ເຊີຍ​ບັນດາ​ບໍລິສັດ​ ອາ​ເມ​ລິ​ກາມາ ​ລົງທຶນ​ເຂົ້າ​ບັນດາ​ໂຄງການ​ນ້ຳມັນ​ອາຍ​ແກ​ັສ” ນັ້ນ​ແມ່ນ​ຄຳ​ຖະ​ແຫຼ​ງ​​ໂດຍ​ທ່ານ Bijan Namdar Zangeneh ລັດຖະມົນຕີ​ວ່າການ​ກະຊວງນ້ຳ​ນັມ​ເຊື້ອ​ໄພ ອີຣານ ຍົກ​ອອກມາ​ໃນ​ວັນ​ທີ 13/03. ກ່າວ​ຄຳ​ເຫັນ​ໃນ​ຊອງ​ໂທລະພາບ​ແຫ່ງ​ຊາດ, ທ່ານ Bijan Namdar Zangeneh ​ໃຫ້​ຮູ້​ວ່າ: ບໍລິສັດ​ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ ອີຣານ ພວມ​ດຳ​ເນີນ​ການ​​ເຈລະຈາ​ກັບ​ກຸ່ມ​ບໍລິສັດ General Electric ​ແລະ ອີຣານ ບໍ່ຄັດຄ້ານການ​ມີໜ້າ​ຂອງ​ບັນດາ​ບໍລິສັດ ອາ​ເມ​ລິ​ກາ ຢູ່​ປະ​ເທດ​ນີ້. ບົດກ່າວ​ຄຳ​ເຫັນດັ່ງກ່າວ ​ໄດ້ຍົກ​ອອກມາ​​ໃນ​ສະພາບ​ການອຳນາດ​ການ​ປົກຄອງ ອີຣານ ພວມ​ຊອກ​ວິທີ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ພາຍຫລັງ​ບັນດາ​ຄຳ​ສັ່ງຂວ້ຳ​ບາດ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ຝ່າຍຕາ​ເວ​ັນຕົກ​ເລັ່ງ​ໃສ່ ອີຣານ ​ເລີ່​ມໄດ້​ຮັບ​ການຍົກ​ເລີກ​ໃນ​ຕົ້ນ​ປີ​ນີ້.

ຂ່າວ/ບົດ​ອື່ນ